ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-28 17:57:23    
ຈີນ​ມີ​77​ລ້ານ​ກວ່າ​ຄົນ​ປະ​ສົບ​ໄພ​ຫິມ​ມະ

cri
ຕາມ​ຂ່າວCRI,ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,​ຕາມ​ສະ​ຖິ​ຕິ​ນັບ​ມາ​ຮອດ​ເວລາ14​ໂມງ​ຂອງ​ວັນ​ທີ28​ມັງກອນ​ນີ້,​ຝົນ​ຕົກ​ແຮງ​ແລະ​ຫິ​ມະ​ຕົກ​ໜັກ​ມາ​ແຕ່​ວັນ​ທີ10​ເດືອນ​ນີ້​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​77​ລ້ານ​8​ແສນ​6​ໝື່ນ​ກວ່າ​ຄົນ​ປະ​ສົບ​ໄພ,​ມີ​24​ຄົນ​ເສຍ​ຊີ​ວິດ.

ຕາມ​ສະຖິຕິ​ຂອງ​ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ,ຝົນຕົກ​ແຮງແລະ​ຫິມະ​ຕົກ​ໜັກ​ເທື່ອ​ນີ້​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ກວ້າງຂວາງ,ອັນ​ເຮັດ​ໃຫ້14​ແຂວງ ກຳ​ແພງ​ນະຄອນ​ແລະ​ເຂດ​ປົກ​ຄອງ​ຕົນ​ເອງ​ເຊັ່ນ​ແຂວງ​ຫູ​ນານ ​ແຂວງ​ຫູ​ເປ ​ແຂວງ​ກຸ່ຍ​ໂຈ່​ວ ​ແຂວງ​ສ້າ​ນຊີ່​​ແລະ​ອື່ນໆ​ປະສົບ​ໄພ.ພາຍຫຼັງ​ເກີດ​ໄພ​ພິ​ບັດ,​ກະຊວງ​ກາ​ນປົກຄອງ​ແລະ​ປະຊາ​ສົງ​ເຄາະຈີນ​ໄດ້​ປະຕິ​ບັດ​ແຜນ​ການ​ສຸກ​ເສີນ​ຢ່າງ​ທັນ​ການ,ປັດຈຸ​ບັນ​ໄດ້​ຍົກ​ຍ້າຍ​ແລະ​ຈັດ​ວາງ3​ແສນ5​ໝື່ນ​ກວ່າ​ຄົນ​ໂດຍ​ດ່ວນ​ແລ້ວ.

ຂ່າວ​ແຈ້ງ​ອີກ​ວ່າ,ຢູ່​ບາງ​ທ້ອງ​ຖິ່ນ​ທີ່​ປະສົບ​ໄພ​ຫິມະ​ແລະ​ນ້ຳ​ກ້າມ,​ລາຄາ​ສິນຄ້າ​ນັບ​ມື້​ນັບ​​ແພງຂຶ້ນ​ຍ້ອນ​ສະພາບອາກາດ​ຮຸນ​ແຮງ.​ລັດ​ຖະ​ບານ​ແລະ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຕ່າງໆ​ພວມ​ພະ​ຍາ​ຍາມ​ດັດສົມ​ລາຄາ​ສິນຄ້າ​ທີ່​ຕິດ​ພັນ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ.