ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-26 18:27:39    
ທ່ານ​ເຈີ​ນ​ເພີຍຢຽນບັນ​ຍາຍ​ທັດ​ສະ​ນະ​ເສດ​ຖະ​ກິດ​ໂລກ​ກັບ​ການ​ພັດ​ທະ​ນາ​ຂອງ​ຈີນ

cri Author: da
ຕາມ​ຂ່າ​ວCRI: ຕອນບ່າຍວັນ​ທີ24ມັງກອນ​ນີ້ ຢູ່ດາວົສຂອງສວີສ ທ່ານເຈີນເພີຍ ຢຽນ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ປະກອບ​ຄຳ​ເຫັນ​ພິ​ເສດ​​ໃນກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ,ບັນຍາຍ​ທັດສະນະ​ກ່ຽວ​ກັບ​ບັນຫາ​ສຳຄັນ​ຄື​ເສດຖະກິດ​ຂອງ​ໂລກ​ກັບ​ການ​ພັດທະນາ​ຂອງ​ຈີນ ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້"ກຳລັງທີ່​ປະສານການ​ປະດິດ​ສ້າງ".

ທ່ານ​ເຈີ​ນ​ເພີຍຢຽນກ່າວ​ວ່າ,ຫວ່າງ​ມໍ່ໆ​ນີ້ ການ​ພັດທະນາ​ເສດຖະກິດ​ຂອງ​ທົ່ວ​ໂລກ​ມີ​ຄວາມ​ບໍ່​​ແນ່​ໃຈ​ຫຼາຍ​ຂຶ້ນ,ວິ​ກິດ​ການ​ເງິນ​ກູ້​​ດ້ອຍ​ຄຸນ​ນະພາ​ບຂອງ​ອາ​ເມ​ລິ​ກາ​ມີ​ຜົນ​ສະທ້ອນ​ກວ້າງ​ອອກ,ຜະລິດ​ຕະພັນ​ກະສິກຳ​ແລະ​ພະລັງງານ​ຂອງ​ໂລກ​ຂຶ້ນ​ລາຄາ,ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ​​ໃນ​ທົ່ວ​ໂລກມີ​ຄວາມ​ກົດ​ດັນ​ນັບ​ມື້​ນັບ​ໃຫຍ່ຂຶ້ນ.ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ປະຊາ​ຄົມ​ໂລກ,ຕັ້ງໜ້າສະ​ແຫວ​ງຫາ​ວິທີ​ແກ້​ໄຂ,ປະກອບສ່ວນ​​ເພື່ອ​ໃຫ້​ເສດຖະກິດ​ຂອງ​ໂລກມີ​ຄວາມ​ໝັ້ນທ່ຽງແລະ​ພັດທະນາ​ແບບ​ຍືນ​ຍົງ.

​​ໃນ​ເວລາ​ກ່າວ​ເຖິງ​ການ​ພັດທະນາ​ເສດຖະກິດ ການປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່ພາຍ​ນອກຂອງ​ຈີນ,ທ່ານ​ເຈີ​ນ​ເພິ​ຍຢຽນກ່າວ​ວ່າ,ກອງ​ປະຊຸມ​ໃຫຍ່​ຄັ້ງທີ17ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ບັນ​ຍາຍພັດທະນາ​ທັດ​ວິທະຍາສາດ​ທີ່ຖື​ຄົນ​ເປັນ​ກົກ ປະສານ​ງານ​ຮອບດ້ານ​ແລະ​ສືບ​ເນື່ອງ.ຈີນ​ຈະ​ທຳ​ຄວາມ​ພະຍາຍາມ​ໃນ​ການ​ຮັກສາ​ໃຫ້​ເສດຖະກິດພັດທະນາຢ່າງ​ໝັ້ນທ່ຽງ​ແລະ​ອ່າວ​ໄວ ​ເພີ່ມ​ຄວາມ​ສາມາດຂອງ​ການ​ປະດິດ​ສ້າງ​ຜະລິດ​ຕະພັນ ​ແລະ​ເປີດກວ້າງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຕື່ມ​ອີກ ​ແລະ​ອື່ນໆ.

ຂ່າວ​​ແຈ້ງ​ອີກ​ວ່າ,ຕອນ​ຄ່ຳ​ວັນ​ທີ24 ຢູ່​ດາ​ວົສ ທ່ານ​ຄຼາວສ ສວັບ ຜູ່ລິ​ເລີ່​ມ ທັງ​ເປັນ​ປະທານ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກກ່າວ​ວ່າ,​ເວ​ທີ​ປຶກສາ​ຫາລື​​ເສດຖະກິດ​ໂລກ​ໄດ້​ຮັກສາ​ການ​ພົວພັນ​ດີ​ທີ່​ສຸດ​ກັບ​ຈີນ​ໃນ30ປີ​ທີ່​ຜ່ານ​ມາ,ທ່ານ​ຫວັງ​ໃຫ້​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ຈີນ​ຕື່ມ​ອີກ.