ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-24 16:08:06    
ຈີນ​ເພີ່ມ​ການ​ເຂົ້າ​ຮ່ວມ​ວຽກ​ງານ​ຕ່າງໆ​ຂອງ​WTO​, ສ້າງ​ພາບ​ພົດ​ປະ​ເທດ​​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 24 ມັງກອນ​ນີ້​, ຢູ່​ທີ່​ປັກ​ກິ່ງ, ທ່ານ​ວາງ​ຊິນ​ເຜີຍ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ກ່າວວ່າ, ​ນັບແຕ່​ຈີນ​ເຂົ້າຮ່ວມອົງການ​ການ​ຄ້າ​ໂລກຫຼືWTO 6 ປີ​ປາຍ​ມາ​ນີ້, ​ໄດ້​ເພີ່​ມການ​​ເຂົ້າຮ່ວມ​ວຽກ​ງານ​ຕ່າງໆ​ຂອງWTO, ​ແລະ​ໄດ້​ສ້າງ​ພາບ​ພົດ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມຮັບຜິດຊອບ.

ໃນ​ກອງ​ປະຊຸມ​ຂ່າວ​ປະຈຳ​ຂອງ​ກະຊວງ​ການ​ຄ້າ​ຈີນ, ທ່ານ​ວາງ​ຊິນ​ເຜີຍ​ກ່າວ​ວ່າ, ປີ 2007, ຈີນ​ຕັ້ງໜ້າ​ຊຸກ​ຍູ້ການ​ເຈລະຈາຮອບ​ໂດ​ຮາ​ຂອງWTO, ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ; ​ໄດ້​ຮ່ວມ​ມື​ກັບ​ 17 ອົງການ​ພາຍ​ໃນ WTO ​ພິຈາລະນາ​ທີ່​ມີ​ລັກສະນະ​ຂ້າມ​ຜ່ານຕໍ່​ຄຳ​ໝັ້ນສັນຍາ​ຂອງ​ຈີນ​ທີ່​ມີ​ຕໍ່WTO, ​ໄດ້​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ຕໍ່ຄວາມ​ເຂົ້າ​ໃຈ​ຜິດ​ຂອງ​ສະມາຊິກ​ຈຳນວນ​ໜຶ່ງ; ​ເດືອນ​ທັນວາ​ປີ​ກາຍນີ້, ຈີນ​​ໄດ້​ເລີ່​ມການ​ເຈລະຈາ​​ກ່ຽວ​ກັບ​ການເຂົ້າຮ່ວມ"ສັນຍາ​ຈັດ​ຊື້​ຂອງລັດຖະບານ"ຂອງWTO ຢ່າງ​ເປັນ​ທາງ​ການ.

ທ່ານ​ວາງ​ຊິນ​ເຜີຍ​ກ່າວ​ວ່າ, ປີ​ກາຍ​ນີ້, ທ່ານ​ພາສ໌​ຄານ ລາ​ມີ ຜູ້ອຳນວຍການ​ໃຫຍ່​ຂອງWTO​ໄດ້​ມີ​ຢ້ຽມຢາມ​ຈີນ, ທ່ານຊົມ​ເຊີຍຈີນ​ໄດ້​ສົ່ງ​​ເສີມ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ໃນWTO.