|
 |
(GMT+08:00)
2008-01-18 15:39:23
|
 |
ທ່ານເວີ່ນເຈ່ຍປາວພົບປະເຈລະຈາກັບນາຍົກອັງກິດ
cri
Author: m
 ຕາມຂ່າວ CRI: ວັນທີ 18 ມັງກອນນີ້, ຢູ່ທີ່ປັກກິ່ງ, ທ່ານເວີ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນໄດ້ພົບປະເຈລະຈາກັບທ່ານໂກໂດນ ບຼາວ ນາຍົກລັດຖະມົນຕີອັງກິດທີ່ມາຢ້ຽມຢາມຈີນຢ່າງເປັນທາງການ. ສອງຝ່າຍເປັນເອກະສັນກັນກ່າວວ່າ, ຍິນດີໃຊ້ມາດຕະການຕັ້ງໜ້າກວ່າເກົ່າ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ໄດ້ຮັບການຂະຫຍາຍຕົວຫຼາຍກວ່າເກົ່າ.
ທ່ານເວີ່ນເຈ່ຍປາວຊີ້ອອກວ່າ, ຈີນອັງກິດລ້ວນແຕ່ແມ່ນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ເປັນໝູ່ຄູ່ຮ່ວມມືສຳຄັນ, ການລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານສອດຄ່ອງກັບຜົນປະໂຫຍດຂອງສອງປະເທດແລະປະຊາຊົນສອງຊາດ, ມີຜົນດີຕໍ່ສັນຕິພາບ, ຄວາມໝັ້ນຄົງ, ແລະຄວາມຈະເລີນຮຸ່ງເຮືອງຂອງໂລກ. ພາຍໃຕ້ສະຖານະການໃໝ່, ຈີນອັງກິດຕ້ອງການຍົກສູງລະດັບຮ່ວມມືຈາກສອງດ້ານພ້ອມກັນ, ກໍ່ຄືການພົວພັນສອງຝ່າຍແລະສາກົນ.
ທ່ານບຼາວກ່າວວ່າ, ອັງກິດຍິນດີພ້ອມກັນກັບຈີນເພີ່ມທະວີການຮ່ວມມືໃນດ້ານຕ່າງໆ, ເຊັ່ນ: ການພັດທະນາເສດຖະກິດສອງປະເທດແລະໂລກ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດເປັນຕົ້ນ. ທ່ານບຼາວຊົມເຊີຍຜົນສຳເລັດທີ່ຈີນໄດ້ຮັບໃນດ້ານການສ້າງສາເສດຖະກິດ. ທ່ານກ່າວວ່າ, ອັງກິດອວຍພອນໃຫ້ການສ້າງສາແລະການພັດທະນາໃນຂົງເຂດຕ່າງໆຂອງຈີນແລະງານກິລາໂອລິມປິກປັກກິ່ງໄດ້ຮັບຜົນສຳເລັດ.
ທ່ານບຼາວຍັງກ່າວເນັ້ນວ່າ, ອັງກິດຈະສືບຕໍ່ປະຕິບັດນະໂຍບາຍປະເທດຈີນດຽວຢ່າງເດັດດ່ຽວບໍ່ປ່ຽນແປງ.
1 2 3
|
|
|