
ຕາມຂ່າວ CRI: ຕອນຄ່ຳວັນທີ 31 ທັນວາປີ 2007, ກິດຈະກຳ "ຕ້ອນຮັບງານກິລາໂອລິມປິກ ອວຍພອນປັກກິ່ງ" ເຊິ່ງແມ່ນກິດຈະກຳຂະໜາດໃຫຍ່ຕ້ອນຮັບປີກິລາໂອລິມປິກ 2008 ທີ່ຈັດຂຶ້ນໂດຍຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງ ໄດ້ຈັດຂຶ້ນຢູ່ແທ່ນຈົ່ງຮວາສຶຈີ້ທີ່ປັກກິ່ງ.
 ພວກເຮົາກຽມພ້ອມແລ້ວ
ເວລາຮອດ 24 ໂມງ, ໃນທ່າມກາງສຽງຮ້ອງໂຮຂອງຜູ້ຊົມເກືອບ 4000 ຄົນ, ແທ່ນຈົ່ງຮວາສຶຈີ້ໄດ້ເປີດໄຟແສງສີທີ່ຂຽນເປັນປະໂຫຍກ "We Are Ready" ໝາຍຄວາມວ່າ "ພວກເຮົາໄດ້ກຽມພ້ອມແລ້ວ". ທັນໃດນັ້ນ, ຢູ່ເທິງສິ່ງກໍ່ສ້າງທີ່ຢູ່ອ້ອມຂ້າງນັ້ນ ໄດ້ປະກົດມີໄຟແສງສີທີ່ຂຽນເປັນປະໂຫຍກ "ຕ້ອນຮັບງານກິລາໂອລິມປິກ ອວຍພອນປັກກິ່ງ" ຢ່າງຂະໜາດໃຫຍ່, ຜູ້ຊົມທັງຫຼາຍຮ້ອງໂຮມ່ວນຊື່ນ, ບັນຍາກາດຟົດຟື້ນທີ່ສຸດ.

ຂະນະດຽວກັນ, ບຸກຄົນທີ່ມີຊື່ສຽງ ເຊັ່ນ ທ່ານຢາງລີເວີຍ ວິລະຊົນນັກການບິນອະວະກາດຈີນ ເປັນຕົ້ນ ໄດ້ຮ່ວມກັນຕີລະຄັງຕ້ອນຮັບປີໃໝ່ສາກົນ, ປະກາດວ່າ ປັກກິ່ງໄດ້ກ້າວເຂົ້າສູ່ປີກິລາໂອລິມ ປິກຢ່າງເປັນທາງການ.
1 2 3
|