
ຕາມຂ່າວCRI:ວັນທີ 29 ທັນວານີ້,ຢູ່ປັກກິ່ງ,ທ່ານເວີ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນກ່າວວ່າ,ທ່ານຢາຊູໂອ ຟູຄູດາ ນາຍົກລັດຖະມົນຕີຍີ່ປຸ່ນມາຢ້ຽມຢາມຈີນເທື່ອນີ້ແມ່ນສຳເລັດຜົນ,ຜູ້ນຳຈີນແລະຍີ່ປຸ່ນໄດ້ມີຄວາມຮັບຮູ້ຄືກັນຢ່າງກວ້າງຂວາງໃນທຸກດ້ານທີ່ກ່ຽວພັນເຖິງການພົວພັນລະຫວ່າງສອງປະເທດ.
ໃນເວລາທ່ານເວີ່ນເຈ່ຍປາວກັບທ່ານຢາຊູໂອ ຟູຄູດາຮ່ວມກັນເຂົ້າຮ່ວມງານລ້ຽງອາຫານເຊົ້າທີ່ອົງການຈັດຕັ້ງມິດຕະພາບຂອງປະຊາຊົນຈີນແລະຍີ່ປຸ່ນຈັດຂຶ້ນ,ທ່ານເວີ່ນເຈ່ຍປາວກ່າວວ່າ,ການເຈລະຈາໃນວັນທີ 28 ທັນວານີ້ແມ່ນມີໝາກຜົນອັນອຸດົມສົມບູນ.ເນື້ອໃນຂອງການເຈລະຈາລະຫວ່າງສອງຝ່າຍມີ:ການໄປມາຫາສູ່ກັນຂັ້ນສູງ,ການຮ່ວມມືດ້ານເສດຖະກິດການຄ້າ,ການຮ່ວມມືໃນວຽກງານປ້ອງກັນ,ການແລກປ່ຽນແລະການປຶກສາຫາລືກ່ຽວກັບວຽກງານພາກພື້ນແລະສາກົນ.ສອງຝ່າຍລ້ວນແຕ່ກ່າວວ່າ,ຈະປັບປຸງກົນໄກສົນທະນາລະດັບສູງດ້ານເສດຖະກິດລະຫວ່າງຈີນຍີ່ປຸ່ນໃຫ້ສົມບູນຂຶ້ນຕື່ມ,ແລະຊັກຈູງການຮ່ວມມືດ້ານເສດຖະກິດການຄ້າດ້ວຍກົນໄກດັ່ງກ່າວ.
|