ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-09 16:24:23    
ປີ​ນີ້​ສະ​ພາບ​ການ​ສິ້ນ​ເປືອງ​ພະ​ລັງ​ງານ​ຕໍ່​ຫົວ​ໜ່ວຍ​GDP​ຂອງ​ຈີນ​ສືບ​ຕໍ່​ຫຼຸດ​ລົງ​ເປັນ​ຢ່າງ​ດີ

cri
ຕາມ​ໜັງສືພິມ​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ​ສະບັບ​ວັນ​ທີ9​ທັນວາ​ນີ້.​ໃນ​ກອງ​ປະ​ຊຸມ​ວຽກ​ງານ​ການ​ພັດທະນາ​ແລະ​ການປະຕິ​ຮູບ​ທົ່ວ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ຫວ່າງ​ມໍ່ໆ​ນີ້,ທ່ານ​ມາ​ຄາຍ ປະທານ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ການ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,ພາຍ​ໃຕ້​ຄວາມ​ພະຍາຍາມ​ຢ່າງ​ຕັ້ງໜ້າ​ຂອງ​ຝ່າຍ​ຕ່າງໆ,ປີ​ນີ້,ວຽກ​ງານ​ປະຢັດ​ພະ​ລັງ​ງານ​ແລະ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ຂອງ​ຈີນ​ໄດ້​ຮັບ​ໝາກ​ຜົນ​ເບື້ອງ​ຕົ້ນ.​ໃນ​ສາມ​ໄຕ​ມາດ​ທຳ​ອິດ​ປີ​ນີ້,​ສະ​ພາບ​ການ​ສິ້ນ​ເປືອງ​ພະລັງງານ​ຕໍ່​ຫົວ​ໜ່ວຍ​GDP​ສືບ​ຕໍ່​ຫຼຸດ​ຕ່ຳລົງ​ເປັນ​ຢ່າງ​ດີ,​ເຊິ່ງ​ໄດ້ຫຼຸດ​ລົງ​3%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.​ປະ​ລິ​ມານ​ກາ​ນ​ລະ​ບາຍ​ຊຸນ​ເຟີ​ດີ​ອອກ​ຊິດ​ໄດ້​ຫຼຸດ​ລົງ​ເປັນ​ເທື່ອ​ທຳ​ອິດ​ໃນ​ຫຼາຍ​ປີ​ມາ​ນີ້.

ທ່ານ​ມາ​ຄາຍ​ແຈ້ງ​ໃຫ້​ຊາບ​ວ່າ,ປີໜ້າ,ຈີນ​ຈະ​ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນ​ເພີ່ມ​ຄວາມ​ເຂັ້ມ​ງວດ​ຂອງ​ລະບຽບ​ການໜ້າ​ທີ່​ຮັບຜິດຊອບຕໍ່​ເປົ້າ​ໝາຍ​ປະຢັດ​ພະ​ລັງ​ງານ​ແລະ​ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ,​ປະ​ຖິ້ມ​ຄວາມ​ສາມາດ​ການ​ຜະລິດ​ທີ່​ຫຼ້າ​ຫຼັງ​ເປັນ​ຕົ້ນ​ເພື່ອ​ຊຸກ​ຍູ້​ວຽກ​ງານ​ປະ​ຢັດ​ພະ​ລັງ​ງານ​ແລະ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ.