ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-07 17:43:21    
ຈີນ​ຈະ​ເພີ່ມ​ທະວີ​ການ​ອະ​ນຸ​ລັກ​ຊັບ​ພະ​ຍາ​ກອນ​ແນວ​ພັນ​ຊີ​ວະ​ຊາດ

cri Author: mo
ຕາມ​ຂ່າວ​CRI: ວັນ​ທີ 7 ທັນວາ​ນີ້, ກົມ​ໃຫຍ່​ອະນຸລັກ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ຈີນ​ໄດ້​ປະກາດ"​ໂຄງຮ່າງ​ຂອງແຜນອະນຸລັກ​ແລະ​ການ​ນຳ​ໃຊ້​ຊັບພະຍາກອນ​ແນວ​ພັນ​ຊີວະ​ຊາດ​ທົ່ວ​ປະ​ເທດ", ກ່າວ​​ເນັ້ນ​ໃຫ້​ອະນຸລັກ​ສິ່ງ​ແວດ​ລ້ອມ​ດັ້ງ​ເດີມ​ຂອງ​ຊັບພະຍາກອນ​ແນວ​ພັນ​ບໍ່​ຖືກ​ທຳລາຍ, ປ້ອງ​ກັນ​ບໍ່​ໃຫ້​ຊັບພະຍາກອນ​ແນວ​ພັນ​ສູນ​ເສຍ, ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ​ຕໍ່​ການ​ສົ່ງ​ອອກ​ຊັບພະຍາກອນ​ແນວ​ພັນ, ປ້ອງ​ກັນ​ບໍ່​ໃຫ້​ຊັບພະຍາ​ກອນແນວ​ພັນສູນ​ເສຍ.

"​ໂຄງຮ່າງ"ສະ​ເໜີ​ວ່າ, ຮອດ​ປີ 2010, ສະກັດ​ກັ້ນທ່ວງທ່າ​ຊັບພະຍາກອນ​ແນວ​ພັນ​ຊີວະ​ຊາດຫຼຸດໜ້ອຍ​ລົງ​ຢ່າງ​ວ່ອງ​ໄວ​ນັ້ນຢ່າງ​ບັງ​ເກີດ​ຜົນ, ຮອດ​ປີ 2015, ຄວບ​ຄຸມ​ບໍ່​ໃຫ້​ຊັບພະຍາກອນ​ແນວ​ພັນ​ຊີວະ​ຊາດ​ສູນ​ເສຍ​ໃນ​ຂັ້ນພື້ນຖານ, ຮອດ​ປີ 2020, ​ໃຫ້​ຊັບພະຍາກອນ​ແນວ​ພັນ​ຊີວະ​ຊາດ​ໄດ້​ຮັບ​ການ​ອະນຸລັກ​ຢ່າງ​ບັງ​ເກີດ​ຜົນ.

ທ່ານ​ອູ​ສຽງ​ຊີງ ຮອງ​ຫົວໜ້າ​ກົມ​ໃຫຍ່​ອະນຸລັກ​ສິ່ງ​ແວດ​ລ້ອມ​​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ການ​ປະຕິບັດ"​​ໂຄງຮ່າງ"​ດັ່ງກ່າວຈະ​​ປົກ​ປ້ອງ​ຊັບພະຍາກອນ​ແນວ​ພັນ​ຊີວະ​ຊາດ​ຢ່າງ​ບັງ​ເກີດ​ຜົນ, ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຊີວະ​ພາບ​ຂອງ​ຊາດ, ພ້ອມ​ກັນນັ້ນ, ກໍ່​ສ່ອງ​ແສງ​ໃຫ້​ເຫັນ​ທ່າ​ທີ​ຂອງ​ຈີນ​ທີ່​ຕັ້ງໜ້າ​ປະຕິບັດ​ຕາມ​ສົນທິສັນຍາ​ສາກົນ​ແລະ​ເຂົ້າຮ່ວມ​ການ​ຮ່ວມ​ມື​ສາກົນ.