|
 |
(GMT+08:00)
2007-12-06 18:12:46
|
 |
ຈີນກຽມຜ່ານຮ່າງກົດໝາຍຊຸກຍູ້ການຫຼຸດການລະບາຍອາຍພິດເຮືອນແກ້ວ
cri
Author: MO
ຕາມຂ່າວສານຊີນຮວາ: ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງບັງເກີດຜົນ, "ກົດໝາຍວ່າດ້ວຍພະລັງງານ"ທີ່ຈີນພວມສ້າງຢູ່ນັ້ນໄດ້ຈັດເອົາການຫຼຸດການລະບາຍອາຍພິດເຮືອນແກ້ວເປັນວຽກສຳຄັນກວ່າໝູ່. ໃນກົດໝາຍ 140 ມາດຕານັ້ນ, ມາດຕາກ່ຽວກັບການປະຢັດພະລັງງານ ພັດທະນານຳໃຊ້ພະລັງງານສະອາດແລະພະລັງງານທີ່ເກີດໃໝ່ໄດ້ນັ້ນບໍ່ຕ່ຳກວ່າ 20 ມາດຕາ.
ບົດຂໍຄວາມເຫັນຂອງກົດໝາຍສະບັບນີ້ຮຽກຮ້ອງໃຫ້ອົງການປົກຄອງທຸກຂັ້ນເຜີຍແຜ່ວິທີການຜະລິດ ການດຳລົງຊີວິດແລະການບໍລິໂພກແບບປະຢັດພະລັງງານ, ປັບປຸງອົງປະກອບການບໍລິໂພກພະລັງງານ, ຍົກປະສິດທິຜົນຂອງການນຳໃຊ້ພະລັງງານສຸດທ້າຍໃຫ້ສູງຂຶ້ນ, ສົ່ງເສີມໃຊ້ພະລັງງານໃໝ່ເຂົ້າແທນພະລັງງານດັ້ງເດີມ, ໃຊ້ພະລັງງານທີ່ເກີດໃໝ່ໄດ້ເຂົ້າແທນພະລັງງານນ້ຳມັນເຊື້ອໄຟ, ໃຊ້ພະລັງງານທີ່ຜະລິດກາກບອນດີອອກຊິດໜ້ອຍເຂົ້າແທນພະລັງງານທີ່ຜະລິດກາກບອນດີອອກຊິດຫຼາຍ, ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງບັງເກີດຜົນ. ເພື່ອຫຼຸດຜ່ອນການລະບາຍອາຍພິດເຮືອນແກ້ວ, ໃນ 2 ປີທີ່ຜ່ານມາ, ລັດຖະບານຈີນໄດ້ໃຊ້ມາດຕະການສຳຄັນຕ່າງໆ. ເພື່ອສະໜັບສະໜູນການປະຢັດພະລັງງານແລະຫຼຸດການລະບາຍອາຍພິດເຮືອນແກ້ວ, ປີນີ້, ການເງິນສູນກາງຈີນໄດ້ຈັດງົບປະມານ 23 ຕື້ 500 ລ້ານຢວນ. ຫຼັງຈາກການສິ້ນເປືອງພະລັງງານຕາມຫົວໜ່ວຍGDPທົ່ວປະເທດຫຼຸດລົງ 1,33% ໃນປີກາຍນີ້ແລ້ວ, ໄດ້ບັນລຸການຫຼຸດລົງເທື່ອທຳອິດແຕ່ປີ 2003 ມານີ້, ໃນ 3 ໄຕມາດທຳອິດຂອງປີນີ້, ການສິ້ນເປືອງພະລັງງານຕາມຫົວໜ່ວຍGDPທົ່ວປະເທດໄດ້ສືບຕໍ່ຫຼຸດລົງ, ຍອດປະລິມານການລະບາຍຊຸນເຟີດີອອກຊິດແລະປະລິມານຄວາມຕ້ອງການອອກຊີດ້ານເຄມີ ເຊິ່ງເປັນວັດຖຸເຊື່ອມພິດຕົ້ນຕໍສອງຢ່າງນັ້ນກໍໄດ້ຫຼຸດລົງພ້ອມກັນເປັນຄັ້ງທຳອິດ.
|
|
|