ຕາມຂ່າວ CRI: ວັນທີ 29 ພະຈິກນີ້, ຢູ່ທີ່ປັກກິ່ງ, ທ່ານເຊ້ຍເຈີ້ນຮວາ ຮອງປະທານຄະນະກຳມະການພັດທະນາແລະປະຕິຮູບແຫ່ງລັດຈີນກ່າວວ່າ, ຈີນກຳລັງເພີ່ມຄວາມແຮງເຂົ້າໃນການປະຢັດພະລັງງານແລະຫຼຸດການລະບາຍສິ່ງເຊື່ອມພິດ, ວຽກງານດັ່ງກ່າວໄດ້ຮັບຜົນໃນຂັ້ນເບື້ອງຕົ້ນ.
ມື້ດຽວກັນ, ໃນກອງປະຊຸມຂ່າວທີ່ຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວຂອງລັດຖະບານ, ທ່ານເຊ້ຍເຈີ້ນຮວາກ່າວວ່າ, ນັບແຕ່ຕົ້ນປີນີ້ມາ, ລັດຖະບານຈີນໄດ້ຂ້ຽວເລັ່ງຊຸກຍູ້ການສັບຊ້ອນອົງປະກອບໃຫ້ໄວຂຶ້ນ, ສະກັດກັ້ນບໍ່ໃຫ້ຂະແໜງການທີ່ສິ້ນເປື້ອງພະລັງງານແລະລະບາຍສິ່ງເຊື່ອມພິດຫຼາຍນັ້ນພັດທະນາໄວເກີນໄປ. ໄດ້ວາງວິທີຄຸ້ມຄອງເງິນລາງວັນໃຫ້ການປັບປຸງເຕັກນິກປະຢັດພະລັງງານ. ທ່ານກ່າວວ່າ, ຕໍ່ໄປ, ຈີນຈະສ້າງລະບົບສະຖິຕິ, ຕິດຕາມກວດກາແລະຕີລາຄາກວດສອບການປະຢັດພະລັງງານແລະຫຼຸດການລະບາຍສິ່ງເຊື່ອມພິດ, ເພີ່ມທະວີໜ້າທີ່ຮັບຜິດຊອບຂອງລັດຖະບານແລະວິສາຫະກິດຕື່ມອີກ, ວາງວິທີກວດສອບຕ່າງກັນແລະມາດຕະການໃຫ້ເງິນລາງວັນແລະລົງໂທດທີ່ລະອຽດສຳລັບອົງການປົກຄອງຂັ້ນຕ່າງໆແລະວິສາຫະກິດສິ້ນເປືອງພະລັງງານສຳຄັນ.
ຂ່າວແຈ້ງວ່າ, ໃນ 9 ເດືອນຕົ້ນປີນີ້, ການສິນເປືອງພະລັງງານຕໍ່ຫົວໜ່ວຍ GDP ໄດ້ຫຼຸດລົງ 3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
|