|
 |
(GMT+08:00)
2007-11-26 16:02:44
|
ຝ່າຍຕ່າງໆຈະສົ່ງເຈົ້າໜ້າທີ່ໄປກວດກາການຄືບໜ້າຂອງການດຳເນີນງານເສື່ອມສະມັດຖະພາບຂອງສິ່ງກໍ່ສ້າງນິວເຄຼຍແຫຼມເກົາຫຼີຢູ່ພຽງຢາງ
cri
Author: da
ຕາມຂ່າວCRI: ວັນທີ26ພະຈິກນີ້ ຢູ່ປັກກິ່ງ ທ່ານຊິນກ່າງ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ,6ຝ່າຍທີ່ເຈລະຈາບັນຫານິວເຄຼຍແຫຼມເກົາຫຼີໄດ້ປຶກສາຫາລືແລະຕົກລົງເປັນເອກະສັນກັນວ່າ,ຝ່າຍຕ່າງໆຈະຮ່ວມກັນສົ່ງເຈົ້າໜ້າທີ່ໄປຢ້ຽມຢາມພຽງຢາງສປປເກົາຫຼີແຕ່ວັນທີ27ຫາ29ພະຈິກນີ້,ເພື່ອກວດກາການຄືບໜ້າຂອງການດຳເນີນງານເສື່ອມສະມັດຖະພາບຂອງສິ່ງກໍ່ສ້າງນິວເຄຼຍແຫຼມເກົາຫຼີ.
ອີງຕາມເອກະສານຮ່ວມກ່ຽວກັບການ"ຈັດຕັ້ງປະຕິບັດການເຄື່ອນໄຫວໄລຍະທີສອງຂອງຖະແຫຼງການຮ່ວມ"ທີ່ຕົກລົງກັນໃນກອງປະຊຸມໄລຍະທີສອງຂອງການເຈລະຈາ6ຝ່າຍຮອບ6ທີ່ອັດລົງຢູ່ປັກກິ່ງໃນວັນທີ3ຕຸລາແລ້ວນີ້,ສປປເກົາຫຼີຈະສຳເລັດການເສື່ອມສະມັດຖະພາບເຄື່ອງປະກອບນິວເຄຼຍຢູ່ພຽງຢາງກ່ອນວັນທີ31ທັນວາປີນີ້.
|
|
|