ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-23 13:49:55    
ຫົວ​ຫນ້າ​ກົມ​ອຸ​ຕຸ​ນິ​ຍົມ​ຈີນ​ກ່າວ​ວ່າ​ລັດ​ຖະ​ບານ​ຈີນ​ເຮັກ​ວຽກ​ງານ​ຢ່າງ​ຈິງ​ຈັງ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ທາງ​ດິນ​ຟ້າ​ອາ​ກາດ

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 22 ພະຈິກ​ນີ້,ທ່ານ​ເຈິ້ງ​ໂກ​ວກວາງ ຫົວຫນ້າ​ກົມ​ອຸຕຸ​ນິຍົມ​ຈີນ​ກ່າວ​ວ່າ,ລັດຖະບານ​ຈີນ​ໄດ້​ເຮັ​ດວຽກ​ງານ​ຢ່າງ​ຈິງຈັງ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ທາງ​ດິນ​ຟ້າ​ອາກາດ,​ແລະ​ໄດ້​ຮັບ​ຫມາກຜົນ​ດີ​ຢ່າງ​ເດັ່ນ​ຊັດ.

ທ່ານ​ເຈິ້ງ​ໂກວກ​ວາງ​​ກ່າວ​ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ຄະນະ​ກຳມະ ການ​ດິນ​ຟ້າ​ອາ​ກາດ​ແຫ່ງ​ຊາດ​ຈີນ​ທີ່ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.

ທ່ານ​ເຈິ້ງ​ໂກວກ​ວາງ​ກ່າວ​ວ່າ,​ ​ບົດ​ລາຍ​ງານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 17 ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້ສະ​ເຫ​ນີບັນຫາ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​ເທື່ອ​ທຳ​ອິດ,ສະ​ແດງ​ໃຫ້​ເຫັນຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຈີ​ງຈັງ​ຂອງ​ຈີນ​ໃນ​ການປະຕິບັດ​ພັນທະ​ສາກົນ​ເພື່ອປົກ​ປ້ອງ​ສະພາບ​​ແວດ​ລ້ອມໃນທົ່ວ​ໂລກ.

ຕາມ​ແຈ້ງວ່າ,ນັບ​ແຕ່​ເດືອນ​ມິດ​ຖຸນາປີ​ນີ້​​ມາ​ນີ້,ລັດຖະບານ​ຈີນ​ໄດ້​ປະກາດ​ເອກະສານ​ຕ່າ​ງໆ​ເຊັ່ນ ​ແຜນການ​ແຫ່ງ​ລັດ​ຈີນ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ທາງດິນ​ຟ້າ​ອາກາດ​ແລະ​ແຜນ​ແມ່​ບົດ​ເພື່ອ​ປະ​ຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍອາຍພິດ​​​ເປັນ​ຕົ້ນ.​ການ​ປະ​ຢັດ​ພະລັງງານ ຫຼຸດ​ການ​ລະບາຍ​ອາຍ​ພິດ​ແລະ​ຮັບ​ມື​ການ​ປ່ຽນ​ແປງ​ທາງ​ດິນ​ຟ້າ​ອາກາດ​ໄດ້​ກາຍ​ເປັນ​ວຽກ​ງານ​ສຳຄັນ​ແລະ​​ເປັນ​ວຽກ​ງານທີ່​ຕື່ນ​ຕົວ​ຂອງ​ອົງ​ການ​ປົກຄອງ​ທຸກ​ຂັ້ນຂອງຈີນ