ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-17 17:21:04    
ບັນຫາ​ສິ່ງ​ແວດ​ລ້ອມ​ແລະ​ສະ​ພາບ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ຍ່ອມ​ຈະ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ​ຢ່າງ​ແນ່​ນອນ

cri Author: MO
ຕາມ​ຂ່າວ​ຈາກ​ໜັງສືພິມເຢີນມິນຢື້ປ້າວ​ສະບັບຕ່າງ​ປະ​ເທດ: ຫວ່າງ​ມໍ່ໆນີ້, ຢູ່ທີ່​ປັກກິ່ງ, ທ່ານໂຈວ​ເສິ່ງສຽນ ຫົວໜ້າກົມ​ໃຫຍ່ອະ​ນຸລັກສິ່ງ​ແວດລ້ອມ​ແຫ່ງຊາດ​ຈີນ​ກ່າວ​ວ່າ, ​ໂດ​ຍມີວົງ​ການ​ຕ່າງໆ​​ໃນສັງ​ຄົມຮ່ວມ​ກັນ​ພະຍາຍາມ​, ບັນຫາ​ສິ່ງ​ແວດ​ລ້ອມ​ແລະ​ສະພາບ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ຍ່ອມຈະ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຕື່ມ​ຢ່າງ​ແນ່ນອນ.

ໃນ​ເວລາ​ພົບ​ປະ​ທ່ານ​ຮາ​ລູຮິ​ໂຄ ຄູ​ໂລ​ດາ ຜູ້​ວ່າການ​ທະນາຄານ​ພັດທະນາ​ອາຊີ, ທ່ານ​​ໂຈ​ວ​ເສິ່ງ​ສຽນ​ແນະນຳ​ວ່າ, ​ແຕ່​ປີ​ກາຍ​ນີ້​ມາ, ລັດຖະບານ​ຈີນ​ໄດ້​ວາງ​"ແຜນການ​ແຫ່ງ​ລັດ​ກ່ຽວ​ກັບ​ການ​ຮັບ​ມື​ກັບການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ", ​ແລະ"​ແຜນການ​​ວຽກ​ງານສັງ​ລວມກ່ຽວ​ກັບ​ການ​ປະຢັດ​ພະລັງງານ​ແລະ​ຫຼຸດການລະບາຍ​ອາຍ​ເຮືອນ​ແກ້ວ". ປັດຈຸບັນ, ນະ​ໂຍບາຍ​ແລະມາດ​ຕະການຕ່າງໆ​ພວມ​ໄດ້​ຮັບ​ການ​ຈັດຕັ້ງປະຕິບັດ​, ວຽກງານ​ອະນຸລັກ​ສິ່ງ​​ແວດ​ລ້ອມ​ຕ່າງໆ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ. ພ້ອມ​ກັນນັ້ນ, ​ໂດຍ​ປະ​ເຊີນ​ກັບ​ສະຖານະ​ການ​ເຊື່ອມ​ພິດນ້ຳ​ທີ່​ຂ້ຽວຂາດ, ລັດຖະບານ​ຈີນ​ໄດ້​ສະ​ເໜີ​"​ໃຫ້​ແມ່​ນ້ຳລຳ​ເຊ​​ແລະ​ທະ​ເລ​ພັກຜ່ອນ", ​ແລະ​ຈະ​ເຮັດ​ວຽກ​ປັບປຸງ​ສະພາບ​ແວດ​ລ້ອມ​ໃນ​ໜອງ​ຈຸດ​ໜັກ​ແລະ​ປ້ອງ​ກັນ​ການ​ເຊື່ອມ​ພິດ​ລ້ອງ​ແມ່​ນ້ຳຈຸດ​ໜັກ​​ໃຫ້​ດີ.

ທ່ານ​ໂຈ​ວ​ເສີ່​ງສຽນ​ກ່າວ​ວ່າ, ຄວາມ​ກ້າວໜ້າ​ຂອງ​ວຽກ​ງານອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ຕ້ອງ​ຜ່ານ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຊາດ, ​ແລະຖອດ​ຖອນ​ທັດ​ສະ​ນະ​ຄະຕິ​​ແລະ​ເຕັກນິກ​ໃນການ​ອະນຸລັກ​ສິ່ງ​​ແວດ​ລ້ອມ​ທີ່​ກ້າວໜ້າ. ຈີນ​ຍິນ​ດີ​ພົວພັນ​ກັບ​ທະນາຄານ​ພັດທະນາ​ອາຊີ​ຢ່າງ​ໃກ້ຊິດ​ຕື່ມ​ອີກ, ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ສິ່ງ​​ແວດ​ລ້ອມ, ຮ່ວມ​ກັນ​ຊຸກ​ຍູ້​ວຽກ​ງານ​ສິ່ງ​​ແວດ​ລ້ອມ​ໃຫ້​ກ້າວ​ໄປ​ໜ້າ.

ທ່ານຮາ​ລູຮິ​ໂຄ ຄູ​ໂລ​ດາຍ້ອງຍໍ​ກົມ​ໃຫຍ່​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ທີ່ເອົາ​ໃຈ​ໃສ່​ນຳ​ການ​ຮ່ວມ​ມື​ກັບ​ທະນາຄານ​ພັດທະນາ​ອາຊີ, ຫວັງ​ໃຫ້​ສອງ​ຝ່າຍ​ປະສານ​ສົມທົບກັນ​ຢ່າງ​​ໃກ້ຊິດ​ໃນ​ຕໍ່ໜ້າ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ມະຫາ​ພາກ​ດ້ານ​ສິ່ງ​ແວດ​ລ້ອມ, ພະລັງງານ​ທີ່​ສະອາດ, ​ປະຢັດ​ພະລັງງານ​ແລະຫຼຸດການ​ລະບາຍ​ອາຍ​ເຮືອນ​ແກ້ວ​ເປັນຕົ້ນ.