|
 |
(GMT+08:00)
2007-10-09 18:26:33
|
ຫໍພິພິດທະພັນກູ້ກົ່ງຂອງປັກກິ່ງຈະໃຊ້ລະບົບປີ້ເອເລັກໂຕຼນິກຕິດຕາມຈຳນວນນັກທ່ອງທ່ຽວ
cri
ຕາມຂ່າວສານຊິນຮວາ,ຕົວເລກຂອງຫ້ອງການວຽກງານວັນພັກບຸນນະຄອນປັກກິ່ງສະແດງໃຫ້ເຫັນວ່າ,ວັນທີ2ຕຸລານີ້,ຫໍພິພິດທະພັນກູ້ກົ່ງປັກກິ່ງໄດ້ຕ້ອນຮັບນັກທ່ອງທ່ຽວ9ໝື່ນ2800ເທື່ອຄົນ,ເປັນປະມານ1,8ເທົ່າຂອງຈຳນວນນັກທ່ອງທ່ຽວຫຼາຍທີ່ສຸດທີ່ຫໍພິພິດທະພັນກູ້ກົ່ງສາມາດຮັບຕ້ອນໄດ້.ຍ້ອນວ່າວິທີກວດປີ້ດ້ວຍຄົນໃນເມື່ອກ່ອນບໍ່ສາມາດຕິດຕາມຈຳນວນນັກທ່ອງທ່ຽວໄດ້ໃນທັນທີ,ຫໍພິພິດທະພັນກູ້ກົ່ງພວມຄົ້ນຄວ້າການໃຊ້ລະບົບປີ້ເອເລັກໂຕຼນິກມາຕິດຕາມຄວບຄຸມຈຳນວນນັກທ່ອງທ່ຽວໃນທັນທີ.ປັດຈຸບັນ,ໄດ້ມີແຜນການເບື້ອງຕົ້ນແລ້ວ.
ຫໍພິພິດທະພັນກູ້ກົ່ງແມ່ນສ້າງຕັ້ງຂຶ້ນບົນພື້ນຖານລາຊະວັງສະໄໝລາຊະວົງມິງແລະລາຊະວົງຊິ່ງພ້ອມດ້ວຍວັດຖຸບູຮານທີ່ສະສົມ.ປີ1987,ຖືກອົງການຢູເນັສໂກຈັດເຂົ້າໃນບັນຊີມໍລະດົກໂລກ.
|
|
|