ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-29 18:04:29    
ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ກັບ​ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ ນາຍົກ​ລັດຖະ​ມົນຕີ​ຍີ່ປຸ່ນ​ສົ່ງ​ໂທລະ​ເລກ​ອວຍພອນ​​ແກ່​ກັນ​ກ່ຽວ​ກັບ​ສາຍ​ສຳພັນ​ທາງ​ການ​ທູດ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຫັນ​ເປັນ​ປົກ​ກະຕິ​ຄົບ​ຮອບ 35 ປີ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນຮວາ:ວັນ​ທີ 29 ກັນຍາ​ນີ້,ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ກັບ​ທ່ານຢາ​ຊູ​ໂອ ​ຟູ​ຄູ​ດາ ນາ​ຍົກ​ລັດຖະ​ມົນຕີ​ຍີ່ປຸ່ນ​ຕ່າງ​ໄດ້ສົ່ງ​ໂທລະ​ເລກ​ອວຍພອນ​ແກ່​ກັນ​ກ່ຽວ​ກັບສາຍ​ສຳພັນ​ການ​ທູດ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຫັນ​ເປັນ​ປົກກະຕິ​ຄົບຮອບ 35 ປີ.

ໃນ​ໂທລະ​ເລກ​ອວຍພອນ,ທ່ານ​ເວີ່ນ​ເຈ່ຍ​ປາວ​ຂຽນ​ວ່າ,​ເມື່ອ 35 ປີ​ກ່ອນ,ນັກ​ການ​ເມືອງ​ຮຸ້ນ​ກ່ອນ​ຂອງ​ຈີນ​ແລະ​ຍີ່ປຸ່ນ​ໄດ້​ວາງ​ນະ​​ໂຍບາຍທີ່​ມີ​ລັກສະນະ​ປະຫວັດສາດ,​ເຮັດ​ໃຫ້​ສາຍສຳພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຫັນ​ເປັນ​ປົກກະຕິ,​ອັນໄດ້​​ເປີດໃໝ່​​ແຫ່ງການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.ປະຈຸ​ບັນ,ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ພວມ​ຢູ່​ໃນ​ໄລຍະ​ໃໝ່​​ແຫ່ງ​ການ​ສ້າງ​ການ​ພົວພັນ​ຍຸດ​ທະ​ສາດທີ່​ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດຢ່າງຮອບດ້ານ,ຫວັງ​ໃຫ້​ສອງ​ຝ່າຍ​ຖື​ໂອກາດ​ທີ່​​ສາຍສຳພັນ​ທາງ​ການ​ທູດຫັນ​​ເປັນ​ປົກກະຕິ​ຄົບຮອບ 35 ປີ,ທຳ​ຄວາມພະຍາຍາມ​ຫຼາຍ​ກວ່າ​ເກົ່າ,ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍຕົວ​ຢ່າງ​ຍາວ​ນານ ປົກກະຕິ​ແລະ​ໜັກ​ແໜ້ນ.

ໃນ​ໂທລະ​​ເລກ​ອວຍພອນຂອງທ່ານຢາ​ຊູ​ໂອ ​ຟູ​ຄູ​ດາຂຽນ​ວ່າ,​ເນື່ອງ​ໃນ​ໂອກາດ​ສາຍສຳພັນ​ທາງ​ການ​ທູດ​ຫັນ​ເປັນ​ປົກກະຕິ​ຄົບຮອບ 35 ປີ,ຕັດສິນ​ໃຈ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຝ່າຍ​ຈີນ,ປະກອບສ່ວນຢ່າງມີ​ລັກສະນະ​ສ້າງສັນໃນ​ການ​ສ້າງ​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ອາຊີ​ກໍ່​ຄື​ຂອງ​ໂລກ.