ກິດຈະການໂຮງໄຟຟ້ານິວເຄຼຍແຫ່ງທຳອິດຢູ່ພາກຕາເວັນອອກສຽງເໜືອຂອງຈີນເລີ່ມກໍ່ສ້າງຢ່າງເປັນທາງການ
cri
Author: da
ຕາມຂ່າວສານຊິນຮວາ: ກິດຈະການໂຮງໄຟຟ້ານິວເຄຼຍຫົງຢຽນເຫີ ເຊິ່ງເປັນເຂື່ອນໄຟຟ້ານິວເຄຼຍແຫ່ງທຳອິດຢູ່ພາກຕາເວັນອອກສຽງເໜືອຂອງຈີນໄດ້ເລີ່ມກໍ່ສ້າງຢ່າງເປັນທາງການໃນວັນທີ 18 ສິງຫານີ້.
ກິດຈະການດັ່ງກ່າວມີແຜນຈະສ້າງໜ່ວຍຈັກ ນິວເຄຼຍທີ່ຜະລິດໄຟຟ້າໄດ້1ລ້ານກິໂລວັດ 6 ໜ່ວຍ,ຈະລົງທຶນ 50 ຕື້ຢວນ,ໃນນັ້ນ ກິດຈະການໄລຍະທີໜຶ່ງຈະສ້າງ 4 ໜ່ວຍ,ວັນທີ 18 ສິງຫານີ້ແມ່ນເລີ່ມລົງມືສ້າງໜ່ວຍຈັກເລກທີ 1,ຄາດວ່າຈະສ້າງສຳເລັດແລະເລີ່ມຜະລິດໄຟຟ້າໃນປີ2012. ເມື່ອຮອດປີ2014,ໜ່ວຍຈັກ 4 ໜ່ວຍນີ້ຈະຜະລິດໄຟຟ້າໝົດ, ປະລິມານຜະລິດໄຟຟ້າຈະບັນລຸ 30 ຕື້ກິໂລວັດໂມງຕໍ່ປີ.
|
|