|
 |
(GMT+08:00)
2007-08-10 16:34:55
|
 |
ການຮ່ວມມືດ້ານແຮງງານກັບຕ່າງປະເທດຂອງຈີນບໍ່ແມ່ນເພື່ອສົ່ງແຮງງານໄປຕ່າງປະເທດ
cri
Author: da
ຕາມຂ່າວCRI: ວັນທີ10ສິງຫານີ້ ຢູ່ປັກກິ່ງ ທ່ານເສີນຈ້ຽນ ຜູ່ຊ່ວຍລັດຖະມົນຕີ ກະຊວງການຄ້າຈີນກ່າວວ່າ,ຈີນດຳເນີນການຮ່ວມມືດ້ານແຮງງານກັບຕ່າງປະເທດ ບໍ່ແມ່ນເພື່ອສົ່ງແຮງງານໄປຕ່າງປະເທດ,ຫຼືອາໄສປະເທດອື່ນເພື່ອແກ້ໄຂບັນຫາປະກອບອາຊີບຂອງຕົນ.
ທ່ານເສີນຈ້ຽນກ່າວວ່າ,ການຮ່ວມມືດ້ານແຮງງານກັບຕ່າງປະເທດແມ່ນເນື້ອໃນສຳຄັນໃນການຮ່ວມມືທາງເສດຖະກິດການຄ້າກັບຕ່າງປະເທດຂອງຈີນ. ພາຍຫຼັງຂໍ້ຜູກພັນໝົດກຳນົດແລ້ວ,ແຮງງານຂອງຈີນທີ່ສົ່ງໄປເຮັດວຽກຢູ່ຕ່າງປະເທດນັ້ນກໍຈະກັບຄືນຈີນໝົດ,ບໍ່ນຳເອົາບັນຫາສັງຄົມຄືການປະກອບອາຊີບແລະຍົກຍ້າຍໄປຕ່າງປະເທດໄປເປັນພາລະໃຫ້ປະເທດອື່ນ.
ທ່ານຍັງກ່າວວ່າ,ການຮ່ວມມືດ້ານແຮງງານກັບຕ່າງປະເທດຂອງຈີນແມ່ນປະຕິບັດຕາມລະບຽບການຄ້າທາງບໍລິການຂອງໂລກ,ຜ່ານຈາກການປະຕິບັດໂຄງການແລະເຄື່ອນຍ້າຍຢ່າງທຳມະຊາດ,ຫຼຸດຜ່ອນຄວາມຫຍຸ້ງຍາກຂອງບາງຂະແໜງການບາງປະເທດທີ່ມີແຮງງານບໍ່ພຽງພໍ,ຍົກສູງຄວາມສາມາດການແກ່ງແຍ່ງຂອງເຂົາເຈົ້າ,ຊຸກຍູ້ໃຫ້ຈີນກັບຕ່າງປະເທດທີ່ຮັບແຮງງານຂອງຈີນດຳເນີນການຮ່ວມມືທີ່ຄ້ຳຊູ້ກັນດ້ວຍທ່າແຮງຂອງຕົນ,ເຮັດໃຫ້ສອງຝ່າຍມີຜົນປະໂຫຍດຮ່ວມກັນ.
|
|
|