ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-14 20:08:39    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ​ຈີນ​ບໍ່​ມີ​ອັນ​ທີ່​ວ່າ​ການ​ສຶກ​ສາ​ທີ່​ຄັດ​ຄ້ານ​ຍີ່​ປຸ່ນ

cri
ຕາມ​ຂ່າວCRI,ວັນ​ທີ14​ມິຖຸນາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ໃນ​ບັນຫາ​ການ​ພົວ​ພັນ​ຈີນ​ຍີ່​ປຸ່ນ,​ລັດ​ຖະ​ບານ​ຈີນ​ໄດ້​ມີ​ເຈດ​ຈຳ​ນົງ​ໃຫ້​ຖື​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ ອວ່າຍ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​ຕະ​ຫຼອດ​ມາ,ຈີນ​ບໍ່​ມີ​ອັນ​ທີ່​ວ່າ​ການ​ສຶກ​ສາ​ທີ່​ຄັດຄ້ານ​ຍີ່​ປຸ່ນ.

ຫວ່າງ​ມໍ່ໆ​ນີ້,ສະມາຊິກ​ສະພາ​ຍີ່​ປຸ່ນສ່ວນ​ໜຶ່ງ​ຮຽກຮ້ອງ​ໃຫ້ຈີນ​ບໍ່​ວາງ​ສະ​ແດງ​ຮູບ​ຖ່າຍ​ກ່ຽວ​ກັບ​ປະຫວັດ​ການ​ຮຸກ​ຮານ​ຈີນ​ຂອງ​ກອງ​ທະຫາ​ນາ​ຍີ່​ປຸ່ນໃນ​ຫໍ​ພິ​ພິ​ທະ​ພັນ​ລະ​ລຶກ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່ຕ້ານ​ຍີ່​ປຸ່ນ.​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ14​ມິ​ຖຸນາ​ນີ້,ທ່ານ​ຊິນ​ກ່າງ​ໄດ້​ໃຫ້​ທັດ​ສະ​ນະ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ,ລັດທິ​ລັດ​ຖະ​ທະ​ຫານ​ຍີ່​ປຸ່ນ​ກໍ່​ສົງ​ຄາມ​ຮຸກ​ຮານ​ຈີນ​ໄດ້​ນຳ​ເອົາ​ໄພ​ພິ​ບັດ​ອັນ​ໜັກ​ໜ່ວງ​ມາ​ໃຫ້​ປະ​ຊາ​ຊົນ​ຈີນ,​ຮູບ​ຖ່າຍ​ທີ່​ກ່ຽວ​ຂ້ອງ​ໄດ້​ບັນ​ທຶກ​ປະ​ຫວັດ​ຕົວ​ຈິງ​ທີ່​ເຈັບ​ແສບ,​ການ​ຈື່​ຈຳ​ປະ​ຫວັດ​ສາດ​ບໍ່​ແມ່ນ​ເພື່ອ​ສືບ​ທອດ​ຄວາມ​​ອາຄາດ​ບາດໝາງ​,ຫາກ​ແມ່ນ​ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ເລື່ອງ​ໂສກ​ນາດ​ຕະ​ກຳ​ເກີດ​ຂຶ້ນ​ອີກ,​ແລະ​ສ້າງ​ອະນາຄົດ​ອັນ​ດີງາມ.