|
 |
(GMT+08:00)
2007-06-02 18:03:16
|
ບໍ່ອາຍແກສງວດທຳອິດໃນໂຄງການສົ່ງອາຍແກສທຳມະຊາດຂອງພາກຕາເວັນຕົກໄປສູ່ພາກຕາເວັນອອກຂອງຈີນໄດ້ສ້າງສຳເລັດ
cri
ຕາມຂ່າວຈາກຫນັງສືພິມເຢີນມີນຢື້ປ້າວ:ນັກຂ່າວໄດ້ຊາບຈາກບໍລິສັດບໍ່ນ້ຳມັນເຊື້ອໄຟຕາລີມູ້ຂອງກຸ່ມບໍລິສັດນ້ຳມັນເຊື້ອໄຟແລະອາຍແກສທຳມະຊາດຈີນວ່າ, ນັບມາຮອດທ້າຍເດືອນພຶດສະພາ, ບໍ່ອາຍແກສທຳມະຊາດ 6 ບ່ອນງວດທຳອິດຂອງບໍ່ນ້ຳມັນຕາລີມູໃນໂຄງການສົ່ງອາຍແກສທຳມະຊາດຂອງພາກຕາເວັນຕົກໄປສູ່ພາກຕາເວັນອອກຂອງຈີນໄດ້ສ້າງສຳເລັດຫມົດແລ້ວ, ສາມາດສົ່ງອາຍແກສທຳມະຊາດໃຫ້ເຂດພາກຕາເວັນອອກຢ່າງຫມັ້ນທຽງເປັນເວລາ 30 ປີ.
ຊັບພະຍາກອນອາຍແກສທຳມະຊາດຂອງຫລົ້ງຕາລີມູກວມປະມານ 1/4 ຂອງຍອດປະລິມານຊັບພະຍາກອນອາຍແກສທະມະຊາດທາງບົກຂອງຈີນ.ຕາມຊາບວ່າ, ບໍ່ອາຍແກສ 6 ບ່ອນທີ່ສ້າງສຳເລັດນັ້ນແຕ່ລະປີສາມາດສະຫນອງອາຍແກສທຳມະຊາດໃຫ້ພາກຕາເວັນອອກຂອງຈີນ 20 ຕື້ແມັດກ້ອນ,ເຮັດໃຫ້ 80 ກວ່າຕົວເມືອງໃຫຍ່ແລະລະດັບກາງຂອງ 12 ແຂວງແລະກຳແພງນະຄອນຄື ປັກກິ່ງແລະຊຽງໄຮ້ເປັນຕົ້ນຊົມໃຊ້.
|
|
|