ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-25 17:35:25    
ຈີນ​ຍີ່ປຸ່ນ​ເຫັນ​ວ່າ,​ການ​ຫາ​ລື​ກັນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ຮອບ​8​ແມ່ນ​ມີ​ຜົນ​ປະ​ໂຫຍດ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ25ພຶດສະພາ​ນີ້ ການ​ປຶກສາ​ຫາລືກັນ​ລະຫວ່າງ​ຈີນ​ຍີ່ປຸ່ນ​ກ່ຽວ​ກັບ​ບັນຫາທະ​ເລຈີນ​ຕາ​ເວັນ​ອອກຮອບ8ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ເປັນ​ເວລາ1​ມື້​​ໄດ້​ອັດ​ລົງ​ແລ້ວ.ຄະນະ​ຜູ່​ແທນ​ຂອງ​ສອງ​ຝ່າຍ​ເຫັນ​ວ່າ,ການ​ປຶກສາ​ຫາລື​ກັນ​ແມ່ນ​ມີຜົນ​ປະ​ໂຫຍ​ດ,​ແລະ​ຕົກລົງ​ຈະ​ຈັດການ​ປຶກສາ​ຫາລື​ຮອບ​​ໃໝ່​ໃນ​ທ້າຍ​ເດືອນໜ້າ.

​ທ່ານ​ຫູ​ເຈີ້​ງ​ເຢ້ ຫົວໜ້າ​ກົມ​ອາຊີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ທ່ານ​ເຄນີຊີ​ໂຣ ຊາ​ຊາ​ອີ ຫົວໜ້າ​ກົມອາຊີ​ໂອ​ຊີ​ອາ​ນີ​ກະຊວງ​ການ​ຕ່າງປະ​ເທດ​ຍິ່ປຸ່ນຕ່າງ​ໄດ້​ນຳພາ​ຄະນະ​ຜູ່​ແທນ​ເຂົ້າຮ່ວມ​ການ​ປຶກສາ​ຫາລື​ກັນ​ເທື່ອ​ນີ້.ສອງ​ຝ່າຍ​​ໄດ້​​ອະທິບາຍ​ທັດສະນະຂອງ​​ຝ່າຍ​ຕົນ​ກ່ຽວ​ກັບ​ບັນຫາຮ່ວມ​ກັນ​ພັດທະນາ​ຢູ່​ທະ​ເລຈີນ​ຕາ​ເວັນ​ອອກ​ດ້ວຍຮູບ​ການ​ທາງ​ການ​ແລະ​ບໍ່​ເປັນ​ທາງ​ການ,​ແລະ​ຫາລື​ກັນ​ຢ່າງ​ເລິກ​ເຊິ່ງ.

​ເດືອນ​ເມສາ​ປີ​ນີ້,ຜູ່​ນຳ​ສອງ​ປະ​ເທດ​ຈີນ​ຍີ່ປຸ່ນ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ເຫັນສຳຄັນ​ທີ່​ເປັນ​​ເອກະ​ພາບ​ກັນ 5 ຂໍ້​ກ່ຽວ​ກັບ​ບັນຫາ​ທະ​ເລຈີນ​ຕາ​ເວັນ​ອອກ,ຊຶ່ງ​ລວມທັງ​ສອງ​ຝ່າຍ​ຕ້ອງ​ຍຶດໝັ້ນຖື​ທະ​ເລຈີນ​ຕ​າ​ເວັນ​ອອກ​ເປັນ​ທະ​ເລ​ສັນຕິພາບ​​ໄມຕີ​ຈິດ​ຮ່ວມ​ມື ພ້ອມ​ກັນ​ພັດທະນາຢູ່​ເຂດທະ​ເລ​ທີ່​ອ່າວ​ກວ້າງທີ່​ສອງ​ຝ່າຍ​ລ້ວນ​ແຕ່​ຮັບຮອງ​ເອົາ​ໄດ້ ​ແລະ​ເນື້ອ​ໃນ​ອື່ນໆ.