|
 |
(GMT+08:00)
2007-05-23 19:35:51
|
 |
ຜູ່ແທນຂອງຈີນຍີ່ປຸ່ນຫາລືກັນເພື່ອຊຸກຍູ້ການພົວພັນຈີນຍີ່ປຸ່ນຂະຫຍາຍໄປໜ້າຕື່ມອີກພາຍໃຕ້ສະຖານະການໃໝ່
cri
Author: da
ຕາມຂ່າວສານຊິນຮວາ:ວັນທີ23ພຶດສະພານີ້ ກອງປະຊຸມແລກປ່ຽນດ້ວຍໄມຕີຈິດລະຫວ່າງຈີນຍີ່ປຸ່ນຄັ້ງທີ11ໄດ້ຈັດຂຶ້ນຢູ່ເສີງຕູ່ເມືອງພາກຕາເວັນຕົກຂອງຈີນ,ຜູ່ແທນຂອງຈີນແລະຍີ່ປຸ່ນເກືອບ200ຄົນເຂົ້າຮ່ວມກອງປະຊຸມ,ພ້ອມກັນຫາລືການຊຸກຍູ້ການພົວພັນຈີນຍີ່ປຸ່ນຂະຫຍາຍໄປໜ້າຕື່ມອີກພາຍໃຕ້ສະຖານະການໃໝ່ແນວໃດ.
ທ່ານຊົ້ງຈ້ຽນ ປະທານສະມາຄົມມິດຕະພາບຈີນຍີ່ປຸ່ນກ່າວວ່າ,ຈີນເອົາໃຈໃສ່ນຳການຂະຫຍາຍການພົວພັນໄມຕີຈິດຮ່ວມມືລະຫວ່າງຈີນກັບຍີ່ປຸ່ນໂດຍຕະຫຼອດ,ຫວັງວ່າບົນພື້ນຖານທີ່ຍຶດໝັ້ນຫຼັກການຂອງເອກະສານການເມືອງ3ສະບັບເຊັ່ນ"ຖະແຫຼງການຮ່ວມຈີນຍີ່ປຸ່ນ",ເພີ່ມທະວີການແລກປ່ຽນແລະການຮ່ວມມືໃນຂົງເຂດຕ່າງໆ,ເຮັດໃຫ້ການພົວພັນຈີນຍີປຸ່ນຂະຫຍາຍຕົວຢ່າງຍາວນານ ປອດໃສແລະໝັ້ນທ່ຽງ,ບັນລຸເປົ້າໝາຍທີ່ສອງປະເທດຢູ່ຮ່ວມກັນໂດຍສັນຕິ ມີໄມຕີຈິດຕໍ່ກັນທຸກເຊັ່ນຄົນ ຮ່ວມມືກັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະພັດທະນາພ້ອມກັນ".
ທ່ານອີເຕ ໂຊອີຊີ ຮອງປະທານສະມາຄົມມິດຕະພາບຍີ່ປຸ່ນຈີນກ່າວເນັ້ນວ່າ,ການພົວພັນຍີ່ປຸ່ນຈີນໃນປະຈຸບັນດີກວ່າສະພາບຫຍຸ້ງຍາກໃນຫຼາຍປີກ່ອນ.ຍີ່ປຸ່ນຕ້ອງຈື່ຈຳບົດຮຽນປະຫວັດສາດ,ເດັດດ່ຽວຕໍ່ສູ້ກັບອິດທິພົນທີ່ສະກັດກັ້ນຍີ່ປຸ່ນຈີນມີໄມຕີຈິດຕໍ່ກັນ.ສອງຝ່າຍຄວນປະຕິບັດຕໍ່ການພົວພັນຍີ່ປຸ່ນຈີນຈາກລະດັບຍຸດທະສາດ,ສະແຫວງຫາການພັດທະນາແລະຈະເລີນຮຸ່ງເຮືອງພ້ອມກັນ.
|
|
|