ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-18 20:39:01    
ໜ່ວຍ​ຈັກ​ເລກ​ໜຶ່ງ​ຂອງ​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ນີວ​ເຄຼຍ​ທຽນ​ວານ​ຈ່ຽງ​ຊູ​ທີ່​ຈີນ​ຣັດ​ເຊຍ​ຮ່ວມ​ມື​ສ້າງ​ນັ້ນ​ເລີ່ມ​ຜະ​ລິດ​ໄຟ​ຟ້າ

cri


ຕາມ​ຂ່າວສານ​ຊິນ​ຮວາ,​ຕອນ​ຄ່ຳ​ວັນ​ທີ​17​ພຶດ​ສະ​ພາ​ນີ້,​ໜ່ວຍ​ຈັກ​ຜະ​ລິດ​ໄຟ​ຟ້າ​ເລກ​ໜຶ່ງ​ທີ່​ມີ​ຂະ​ໜາດ​1ລ້ານ​ກິ​ໂລ​ວັດ​ຂອງ​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ນີວ​ເຄຼຍ​ທຽນ​ວານ​ຈ່ຽງຊູ​ທີ່​ຈີນ​ຣັດ​ເຊຍ​ຮ່ວມ​ມື​ສ້າງ​ນັ້ນ​ເລີ່ມ​ຜະ​ລິດ​ໄຟຟ້າ​ຢ່າງ​ເປັນ​ທາງ​ການ.

ໂຮ​ງງານ​ຜະລິດ​ໄຟ​ຟ້າ​ທຽນ​ວານ​ທີ່​ເລີ່​ມລົງມື​ກໍ່ສ້າງ​ໃນ​ປີ​1999​ນັ້ນ​ແມ່ນ​ໂຄງ​ການ​ຮ່ວມ​ມື​ໄຮ​ເທັກ​ທີ່​ໃຫຍ່​ກວ່າ​ໝູ່​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ​ນັບ​ມາ​ຮອດ​ປັດ​ຈຸ​ບັນ.​ຕາມ​ແຜນ​ການ,​ໂຄງ​ການ​ດັ່ງ​ກ່າວ​ຈະ​ຕິດ​ຕັ້ງ​ໜ່ວຍ​ຈັກ​ຜະ​ລິດ​ໄຟ​ຟ້າ​ຂະ​ໜາດ​1​ລ້ານ​ກິ​ໂລ​ວັດ​4​ໜ່ວຍ,​ແລະ​ຍັງ​ໄດ້​ຈັດ​ວາງ​ຊ່ອງ​ຫວ່າງ​ທີ່​ຈະ​ຕິດ​ຕັ້ງ​ອີກ​4​ໜ່ວຍ.


ໜ່ວຍ​ຈັກ​ຜະລິດ​ໄຟຟ້າ​ເລກສອງ​ຂອງ​ໂຮງ​ງານ​ດັ່ງກ່າວ​ຈະຕິດ​ຕັ້ງ​ສຳ​ເລັດ​ໃນ​ທ້າຍ​ປີ​ນີ້​ແລະ​ເລີ່​ມ​ຜະ​ລິດ​ໄຟ​ຟ້າ.​ເມື່ອ​ໂຮງງານ​ດັ່ງ​ກາວ​ສ້າງ​ສຳ​ເລັດໝົດແລ້ວ ຈະ​ກາຍ​ເປັນ​ແຫຼ່ງ​ພະ​ລັງ​ງານ​ນີວ​ເຄຼຍຂະໜາດ​ໃຫຍ່​ອີກ​ແຫ່ງ​ໜຶ່ງ​ຂອງ​ຈີນ.