|
 |
(GMT+08:00)
2007-04-08 19:32:15
|
 |
ການສຳຫຼວດໃບຖາມຄືກັນໃນນັກສຶກສາຈີນແລະຍີ່ປຸ່ນພັນຄົນໄດ້ປະກາດຜົນ
cri
Author: mo
ຕາມຂ່າວສານຊີນຮວາ: ຜົນການສຳຫຼວດໃບຖາມຄືກັນໃນນັກສຶກສາພັນຈີນແລະຍີ່ປຸ່ນພັນຄົນໄດ້ປະກາດໃນວັນທີ 8 ເມສານີ້, ຊາວໜຸ່ມຈີນແລະຍີ່ປຸ່ນສ່ວນຫຼາຍເຫັນວ່າ ການພົວພັນລະຫວ່າງຈີນກັບຍີ່ປຸ່ນໃນປັດຈຸບັນບໍ່ດີປານໃດ, ແຕ່ເຂົາເຈົ້າລ້ວນແຕ່ເຫັນວ່າ, ປະເທດກົງກັນຂ້າມສຳຄັນຫຼາຍສຳລັບປະເທດຂອງຕົນ, ແລະຄອງຄອຍການພົວພັນຈີນຍີ່ປຸ່ນຈະໄດ້ຮັບການປົວແປງໃຫ້ດີຂຶ້ນໃນຫຼາຍປີຕໍ່ໜ້ານີ້.
"ວາລະສານແຫຼວວ້າງຕົ່ງຟ່າງໂຈວຄ່ານ" ເຊິ່ງເປັນວາລະສານປະເພດການເມືອງເສດຖະກິດຂອງຈີນ ແລະໜັງສືພິມໂຢມິອູລີ ຊິມບູນ ເຊິ່ງເປັນໜັງສືພິມທີ່ພິມຈຳໜ່າຍຫຼາຍກວ່າໝູ່ຂອງຍີ່ປຸ່ນ ໄດ້ຮ່ວມກັນດຳເນີນການສຳຫຼວດດັ່ງກ່າວໃນເດືອນມີນາປີນີ້, ຜູ້ຖືກສຳຫຼວດລ້ວນແຕ່ແມ່ນນັກສຶກສາປະລິນຍາຕີທີ່ພວມຮຽນຢູ່ໃນໂຮງຮຽນ. ຈຸດປະສົງຂອງການສຳຫຼວດເທື່ອນີ້ແມ່ນ ຊອກຮູ້ລະດັບເຂົ້າໃຈປະເທດຝ່າຍກົງກັນຂ້າມ ລະດັບເຂົ້າໃຈສັງຄົມແລະໂລກ ແລະລະດັບສະໜິດສະໜົມຂອງການພົວພັນສອງຝ່າຍເປັນຕົ້ນຂອງນັກສຶກສາຈີນຍີ່ປຸ່ນ.ຜົນການສຳຫຼວດສະແດງວ່າ, ນັກສຶກສາຈີນຍີ່ປຸ່ນ 37% ເຫັນວ່າ, ການພົວພັນຈີນຍີ່ປຸ່ນໃນອະນາຄົດຈະມີການປັບປຸງໃຫ້ດີຂຶ້ນ ຈົນວ່າຈະດີຂຶ້ນຫຼາຍ.
|
|
|