|
ຕາມຂ່າວຈາກໜັງສືພິມເຢິນມິນຢື້ປ້າວ:ນັບແຕ່ປີ1998ຈົນຮອດປັດຈຸບັນ,ໃນການສືບສວນແລະລົງໂທດການໃຊ້ສິດຕຳແໜ່ງກໍ່ຄະດີສໍ້ລາດບັງຫຼວງ,ໃຫ້ສິນບົນແລະເອົາເງິນສາທາລະນະໄປໃຊ້ທາງອື່ນ,ຈີນໄດ້ເພິ່ມການຕິດຕາມຈັບກຸມຜູ້ຕ້ອງໂທດ.ປີກາຍນີ້,ມີຜູ້ຕ້ອງໂທດ37ຄົນໄດ້ຖືກສົ່ງກັບມາຈາກ11ປະເທດ,ພ້ອມທັງເຂດຮົງກົງແລະເຂດມາວກາວຂອງຈີນ.
ວັນທີ27ມີນານີ້,ໃນກອງປະຊຸມຂ່າວ,ທ່ານອູເຮີພີງ ໂຄສົກກະຊວງປ້ອງກັນຄວາມສະຫງົບແຈ້ງໃຫ້ຊາບວ່າ,ນັບມາຮອດປັດຈຸບັນ,ຈີນໄດ້ລົງນາມໃນສົນທິສັນຍາ, ບົດບັນທຶກຄວາມເຂົ້າໃຈ,ຫຼືບົດບັນທຶກການເຈລະຈາກ່ຽວກັບເພິ່ມການຮ່ວມມືດ້ານຕຳຫຼວດລະຫວ່າງລັດຖະບານກັບ45ປະເທດ,ພ້ອມກັນນັ້ນ,ໄດ້ສົ່ງເຈົ້າໜ້າທີ່ຕິດຕໍ່ຕຳຫຼວດ30ຄົນໄປ19ປະເທດ,ເພື່ອຕິດຕາມຜູ້ຕ້ອງໂທດທີ່ໂຕນໜີໄປຕ່າງປະເທດ.
|