|
 |
(GMT+08:00)
2007-03-28 14:54:38
|
 |
ເວທີປຶກສາຫາລືການປົກປ້ອງແລະການປະດິດສ້າງສິດຊັບສິນທາງປັນຍາທົ່ວໂລກຈັດຂຶ້ນຢູ່ປັກກິ່ງ
cri
ຕາມຂ່າວສານຊິນຮວາ:ເວທີປຶກສາຫາລືການປົກປ້ອງແລະການປະດິດສ້າງສິດຊັບສິນທາງປັນຍາທົ່ວໂລກທີ່ດຳເນີນເປັນເວລາສອງມື້ໄດ້ຈັດຂຶ້ນຢູ່ປັກກິ່ງໃນວັນທີ 27 ມີນາ,ຫົວຂໍ້ຫລັກຂອງເວທີປຶກສາຫາລືແມ່ນສົ່ງເສີມການປະດິດສ້າງ ການປົກປ້ອງສິດຊັບສິນທາງປັນຍາ ການຊຸກຍູ້ການປະດິດສ້າງຊັບສິນ.
ທ່ານນາງອູອີ ຮອງນາຍົກລັດຖະມົນຕີຈີນສົ່ງຈົດໝາຍເຖິງກອງປະຊຸມໂດຍຂຽນວ່າ, ລັດຖະບານຈີນໄດ້ກຳນົດຍຸດທະສາດພັດທະນາທີ່ສ້າງປະເທດແບບປະດິດສ້າງ,ແລະໄດ້ບູລະນະລະບອບສິດຊັບສິນທາງປັນຍາຢ່າງບໍ່ຢຸດຢັ້ງ,ເພີ່ມຄວາມແຮງປົກປ້ອງສິດຊັບສິນທາງປັນຍາ.ລັດຖະບານຈີນຈະສືບຕໍ່ໃຊ້ມາດຕະການທີ່ບັງເກີດຜົນກວ່າເກົ່າ,ແລະຍິນດີເພີ່ມການຮ່ວມມືກັບປະຊາຄົມໂລກ,ຮ່ຳຮຽນເຊິ່ງກັນແລະກັນ,ຍຶດໝັ້ນຊຸກຍູ້ວຽກງານປົກປ້ອງສິດຊັບສິນທາງປັນຍາຢ່າງບໍ່ລົດລະ.
ທ່ານນາງເສີນຈື້ລີ້ ທີ່ປຶກສາແຫ່ງລັດຈີນກ່າວຄຳປາໄສວ່າ,ການປົກປ້ອງສິດຊັບສິນທາງປັນຍາສອດຄ່ອງກັບຜົນປະໂຫຍດອັນຍາວໄກຂອງຈີນ,ແມ່ນນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງຈີນ.ຈີນຈະຕັ້ງໜ້າປະຕິບັດຕາມພັນທະສາກົນຂອງຕົນ,ເພີ່ມການຮ່ວມມືກັບປະເທດຕ່າງໆໃນໂລກແລະອົງການຈັດຕັ້ງສາກົນຢ່າງກວ້າງຂວາງໃນຂົງເຂດສິດຊັບສິນທາງປັນຍາ.
|
|
|