ປະລິມານຜະລິດໄຟຟ້າຂອງຈີນໃນສອງເດືອນທຳອິດປີນີ້ໄດ້ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 16%
cri
Author: mo
ຕາມຂ່າວສານຊີນຮາວ: ຫວ່າງມໍ່ໆນີ້, ສະມາຄົມວິສາຫະກິດຜະລິດໄຟຟ້າຂອງຈີນປະກາດຕົວເລກສະແດງໃຫ້ເຫັນວ່າ, ປະລິມານຜະລິດໄຟຟ້າຂອງຈີນໃນ 2 ເດືອນທຳອິດປີນີ້ໄດ້ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 16,6%, ບັນລຸເຖິງ 447 ຕື້ 966 ລ້ານກິໂລວັດ.
ສະມາຄົມດັ່ງກ່າວຄາດຄະເນວ່າ, ປີນີ້, ຈີນຈະເພີ່ມການຕິດຕັ້ງຈັກຜະລິດໄຟຟ້າປະມານ 90 ລ້ານກິໂລວັດ. ໃນຫຼາຍປີທີ່ຜ່ານມາ, ປະລິມານຜະລິດໄຟຟ້າຂອງຈີນໄດ້ຮັກສາການເຕີບໂຕຢ່າງວ່ອງໄວດ້ວຍ 2 ຕົວເລກຕະຫຼອດມາ. ຕາມແຜນການ, ໃນຕໍ່ໜ້າ, ຈີນຈະເພີ່ມທະວີການປັບປຸງອົງປະກອບພະລັງໄຟຟ້າ, ເລັ່ງລັດພັດທະນາພະລັງໄຟຟ້າທີ່ສະອາດ.
|
|