ປີ 2015, ຈີນຈະກາຍເປັນຕະຫຼາດບໍລິໂພກໃຫຍ່ທີສອງຂອງໂລກ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 23 ມີນານີ້ຢູ່ທີ່ປັກກິ່ງ, ທະນາຄານເຄຼດິດ ຊູຍເຊ ທະນາຄານລົງທຶນທີ່ມີຊື່ສຽງຂອງໂລກກ່າວວ່າ, ຈີນຈະກາຍເປັນຕະຫຼາດບໍລິໂພກໃຫຍ່ທີສອງຂອງໂລກໃນປີ 2015 ເຊິ່ງພຽງແຕ່ຖັດຈາກອາເມລິກາ.
ນີ້ໝາຍຄວາມວ່າ, ຈີນຈະນຳໂອກາດການຄ້ານັບມື້ນັບຫຼາຍມາໃຫ້ຜູ້ຜະລິດສິນຄ້າແລະຜູ້ສະໜອງການບໍລິການຂອງປະເທດຕ່າງໆ.
ວັນທີ 21 ມີນານີ້, ທະນາຄານເຄຼດິດ ຊູຍເຊ ທີ່ສຳນັກງານໃຫຍ່ຕັ້ງຢູ່ສະວິສໄດ້ປະກາດຜົນການສຳຫຼວດຕະຫຼາດບໍລິໂພກຂອງຈີນປີ 2006 . ເຊິ່ງສະແດງໃຫ້ເຫັນວ່າ, ປີ 2015, ລາຍຈ່າຍບໍລິໂພກຂອງຈີນຈະກວມ 14,1% ຂອງການບໍລິໂພກທັງໝົດຂອງປະເທດສຳຄັນໃນໂລກ, ພຽງຖັດຈາກອາເມລິກາທໍ່ນັ້ນ, ເປັນທີສອງໃນໂລກ.
|
|