ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-23 16:53:29    
ຈີນ​ກະ​ກຽມ​ໃນ​​ໄລຍະ​ສຸດ​ທ້າຍ​ເພື່ອ​ຍົກ​ຄວາ​ມ​ໄວ​ແລ່ນ​ລົດ​ໄຟ​ຄັ້ງທີ6

cri Author: da
ຕາມ​ຂ່າວສາ​ນຊິນ​ຮວາ:​ເຈົ້າໜ້າ​ທີ່​ທາງ​ລົດ​ໄຟ​ຈີນ​ພວມ​ອອກ​ແຮງ​​ເຮັດ​ວຽກກະກຽມ​ໃນ​​ໄລຍະ​ສຸດ​ທ້າຍ​ເພື່ອ​ຍົກຄວາ​ມ​ໄວ​ແລ່ນ​ລົດ​ໄຟຄັ້ງທີ6,ຫວ່າງ​ມໍ່ໆ​ນີ້ ຈະກວດກາ​ການ​ທົດ​ລ​ອງການ​ແລ່ນ​ລົດ​ໂດຍສານ​​ດ່ວນ​​ຕາມ​​ແຜນ.

ການຍົກລະດັບຄວາ​ມ​ໄວຂອງ​ການ​ແລ່ນ​ລົດ​ໄຟ​ຄັ້ງທີ6ຈະ​ປະຕິບັດ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ18​​ເມສາ​ເປັນຕົ້ນ​ໄປ,​ໃນ​ຄາວ​ນັ້ນ ທາງ​ລົດ​ໄຟ​ເສັນຫຼັກ ຄື​ຈາກ​ປັກ​ກິ່ງ​ຫາຮາ​ບີນ ຫາຊຽງ​ໄຮ້​ແລະ​ຫາກວາງ​ໂຈ​ວ​ເປັນຕົ້ນຈະ​ຍົກລະດັບ​ຄວາມ​ໄວ​ເຖິງ 200 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ,​ໃນ​ບາງ​ຕອນ​ຈະ​ແລ່ນ​ໄວເຖິງ 250 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ກະຊວງ​ທາ​ງລົດ​ໄຟ​ຈີນ​ຄາດ​ຄະ​ເນ​ວ່າ,ພາຍຫຼັງ​ຍົກລະດັບ​ຄວາມ​ໄວຂອງ​ການ​ແລ່ນລົດ​ແລ້ວ ຈະ​ສາມາດ​ຂົນ​ສົ່ງ​ຜູ່​​ໂດຍສານ​​ເພີ່ມ​ຂຶ້ນ 18%.