|
 |
(GMT+08:00)
2007-03-19 16:02:14
|
 |
ການເຈລະຈາ6ຝ່າຍກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີເລີ່ມຂຶ້ນ
cri
Author: da
ຕາມຂ່າວCRI: ການເຈລະຈາ6ຝ່າຍກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີໄດ້ເລີ່ມຈັດຂຶ້ນຢູ່ປັກກິ່ງໃນວັນທີ 19 ມີນານີ້.ມື້ດຽວກັນ,ເຈົ້າໜ້າທີ່ກະຊວງການເງິນອາເມລິກາເປີດເຜີຍວ່າ ອາເມລິກາກັບສປປເກົາຫຼີໄດ້ກ້າວເຖິງຂັ້ນມີຄວາມເປັນເອກະພາບກັນກ່ຽວກັບບັນຫາອາເມລິກາງົດເງິນຂອງສປປເກົາຫຼີໃນທະນາຄານເບນໂກ ເດວທາ ອາເຊຍທີ່ມາກາວ.
ໃນພິທີໄຂງານ ທ່ານອູຕ້າເຫວີຍ ປະທານການເຈລະຈາ 6 ຝ່າຍຮອບ 6 ຫົວໜ້າຄະນະຜູ່ແທນຈີນກ່າວວ່າ,ກອງປະຊຸມຄັ້ງນີ້ຈະລົງເລິກຫາລື 3 ບັນຫາຄື:ໜຶ່ງ ຮັບຟັງສະພາບຄວາມຄືບໜ້າຂອງການລາຍງານຂອງໜ່ວຍງານຕ່າງໆ,ສອງ ຫາລືບາດກ້າວລະອຽດຂອງການປະຕິບັດການເຄື່ອນໄຫວເລີ່ມຕົ້ນ,ສາມ ຄົ້ນຄວ້າໃນເບື້ອງຕົ້ນກ່ຽວກັບການເຄື່ອນໄຫວໃນໄລຍະຕໍ່ໄປທີ່ຝ່າຍຕ່າງໆກະກຽມຫຼືຈະດຳເນີນ.
ມື້ດຽວກັນ,ຢູ່ປັກກິ່ງ ທ່ານເດນິວ ກຼາເຊີ ຜູ່ຊ່ວຍລັດຖະມົນຕີຊ່ວຍວ່າການກະຊວງການເງິນອາເມລິກາໄດ້ແຈກຢາຍຖະແຫຼງການຂອງກະຊວງການເງິນອາເມລິກາໂດຍກ່າວວ່າ,ອາເມລິກາກັບສປປເກົາຫຼີໄດ້ກ້າວເຖິງຂັ້ນມີຄວາມເປັນເອກະພາບກັນກ່ຽວກັບບັນຫາງົດເງິນ.ຖະແຫຼງການກ່າວວ່າ,ສປປເກົາຫຼີສະເໜີໃຫ້ໂອນເງິນ 25 ລ້ານໂດລາທີ່ຖືກອາເມລິກາງົດໃນທະນາຄານເບນໂກ ເດວທາ ອາເຊຍທີ່ມາກາວນັ້ນເຂົ້າບັນຊີຂອງສປປເກົາຫຼີໃນທະນາຄານຈີນແຫ່ງໜຶ່ງທີ່ປັກກິ່ງ.ສປປເກົາຫຼີຈະຮັບປະກັນການໃຊ້ເງິນນີ້ເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ລວມທັງຈ່າຍໃນດ້ານມະນຸດສະທຳແລະການສຶກສາ ໂດຍຢູ່ໃນຂອບການເຈລະຈາ 6 ຝ່າຍ.
|
|
|