ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-17 19:48:04    
ທະນາ​ຄານ​ເດ​ທາ ອາ​ຊີ​ມາ​ກາວ​ປະ​ຕິ​ເສດ​ການ​ຕິ​ຕຽນ​ຂອງ​ຝ່າຍ​ອາ​ເມ​ລິ​ກາ​ທີ່​ວ່າ​ເຂົາ​ເຂົ້າ​ຮ່ວມ​ການ​ຟອກ​ເງິນ

cri Author: m
ຕາມ​ຂ່າວ CRI: ​ຫຼັງຈາກ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ປະກາດ​ຈັດ​ທະນາຄານ ​ເດ​ທາ ອາຊີມາ​ກາວ​ເຂົ້າ​ໃນ​ "ລາຍ​ຊື່ທີ່ຟອກ​ເງິນ​"​ແລ້ວ, ທະນາຄານ​ເດ​ທາ ອາຊີ​ມາ​ກາວ​ກໍ​ປະຕິ​ເສດການ​ຕິຕຽນ​ຂອງ​ຝ່າຍ​ອາ​ເມ​ລິ​ກາ​ ​ທີ່​ວ່າ​ເຂົາ​ໄດ້​ເຂົ້າ​ຮ່ວມ​ການຟອກ​ເງິນ​ນັ້ນ​ໃນ​ທັນທີ.
ທ່ານ​ທານ​ໂປຢວນ ຫົວໜ້າ​ພະ​ແນ​ກ​ເສດຖະກິດ​ການ​ເງິນ​ອົງການ​ປົກຄອງ​ເຂດ​ພິ​ເສດ​ມາ​ກາວ​ກໍ່​ປະກາດ​ວ່າ, ບົດ​ລາຍ​ງານ​ສຳຫຼວດທີ່ພະ​ແນ​ກຄຸ້ມ​ຄອງ​ການ​ເງິນ​ມາ​ກາວ​ມອບ​ໝາຍ​ໃຫ້​ຝ່າຍ​ທີ​ສາມ​​ດຳ​ເນີນນັ້ນ, ບໍ່​ມີຫຼັກຖານ​ທີ່​ວ່າ​ທະນາຄານ​ເດ​ທາ ອາຊີ​ມາ​ກາວ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຜິດ​ກົດ​ໝາຍ.

ທ່ານ​ເຢ້ຍອີ່​ຊິ່ນ ປະທານສະມາຄົມທະນາຄານ​ມາ​ກາວ​ກ່າວ​ວ່າ, ປີ​ນີ້, ຂະ​ແໜງ​ການ​ທະນາຄານຂອງ​ມາ​ກາວພັດທະນາ​ເປັນ​ຢ່າງ​ດີ, ປີ​ກາຍ​ນີ້, ການ​ຝາກ​ເງິນ​ແລະ​​ກູ້​ເງິນ​ລ້ວນ​ແຕ່​​ເພີ່ມຂຶ້ນ​ໃນ​ລະດັບ​ຕ່າງ​ກັນ, ​ໄດ້ກຳ​ໄລ​ເພີ່ມ​ຂຶ້ນ 30%, ສະ​ນັ້ນ​ຈຶ່ງ​ບໍ່​ເປັນ​ຫ່ວງວ່າ "​ເຫດການ​ທະນາຄານ​ເດ​ທາ ອາຊີ​ມາ​ກາ​ວ" ຈະກະທົບກະ​ເທືອ​ນລະບົບ​ທະນາຄານ​ຂອງມາ​ກາວ.