ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-12 20:11:22    
ຈີນ​ຈະ​​ຊຸກ​ຍູ້​ໃຫ້​ການ​ເຈ​ລະ​ຈາ​ຮອບ​ໂດ​ຮາ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 12 ມີນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ໂປ​ຊີ​ລາຍ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ຈີນ​ແມ່ນ​ຜູ້​ເຂົ້າຮ່ວມ​ການ​ຄ້າ​ທົ່ວ​ໂລກ​ທີ່​ຕັ້ງໜ້າ​ແລະ​ຮັບຜິດຊອບ, ຈະພ້ອມ​ກັນ​ກັບຄູ່​ການ​ຄ້າ​ສຳຄັນ​ຕ່າງໆ, ​ທຳ​ຄວາມ​ພະຍາຍາມຊຸກ​ຍູ້​ໃຫ້ການ​ເຈລະຈາ​ຮອບ​ໂດ​ຮາ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.

ທ່ານ​ໂປ​ຊີ​ລາຍ​ແມ່ນ​ເວົ້າຄວາມ​ນີ້ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ. ທ່ານ​ຊີ້ອອກ​ວ່າ, ຂໍ້​ຂັດຂ້ອງ​ໃຫຍ່​ກວ່າ​ໝູ່​ຂອງການ​ເຈລະຈາ​ຮອບ​ໂດ​ຮາ​ໃນ​ປັດຈຸບັນ​ຢູ່​ບ່ອນ​ວ່າ, ​ເອີ​ລົບ​​ແລະອາ​ເມ​ລິ​ກາ​​ໃນ​ຖານະ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ຂອງ​​ໂລກ, ບໍ່​ໄດ້ຜ່ອນ​ສັ້ນຜ່ອນ​ຍາວ​ຢ່າງ​ແທ້​ຈິງ​ໃນ​ບັນຫາ​ກະສິກຳ​ຕ່າງໆ​ເຊັ່ນ ຜະລິດ​ຕະພັນ​ກະສິກຳ​ມີພາສີສູງ ​ແລະ​ການ​ເກື້ອກູນ​ການ​ສົ່ງ​ອອກຜະລິດ​ຕະພັນ​ກະສິກຳ​ເປັນຕົ້ນ.