ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-12 17:55:25    
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ​ທຶນ​ຕ່າງ​ປະ​ເທດ​ຊື້​ເອົາ​ບໍ​ລິ​ສັດ​ຂອງ​ຈີນ​ຖ້າ​ຖືກ​ລະ​ບຽບ​ແລະ​ບັງ​ເກີດ​ຜົນ​ກໍ່​ຈະ​ມີ​ອະ​ນາ​ຄົດ​ພັດ​ທະ​ນາ​ດີ​ຫຼາຍ

cri
ຕາມ​ຂ່າວCRI,ວັນ​ທີ12​ມີນາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ໂປ​ຊີ​ໄລ ລັດຖະມົນຕີ​ວ່າກາ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ລັດຖະບານ​ຈີນ​ເຫັນ​ວ່າ,​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ຊື້​ເອົາ​ບໍ​ລິ​ສັດ​ຈີນ​ເພື່ອ​ລົງ​ທຶນ​ຢູ່​ຈີນ,ຂໍ​ແຕ່​ປະ​ຕິ​ບັດ​ຕາມ​ລະ​ບຽບ​ກົດ​ໝາຍ​ຢ່າງ​ໄດ້​ຜົນ​ກໍ​ຈະ​ມີ​ອະ​ນາ​ຄົດ​ພັດ​ທະ​ນາ​ດີ​ຫຼາຍ.

ທ່ານ​ໂປ​ຊີ​ໄລ​ແມ່ນ​ກ່າວ​ຄວາມ​ນີ້​ໃນ​ງານ​ຖະ​ແຫຼງ​ຂ່າວ​ຂອງ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະ​ພາ​ປ​ະຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.ທ່ານ​ກ່າວ​ວ່າ,​ເມື່ອ​ເບິ່ງ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ແລ້ວ,​ການ​ລົງ​ທຶນ​ດ້ວຍ​ຮູບ​ການ​ຊື້​ເອົາ​ບໍ​ລິ​ສັດ​ນັ້ນ​ໄດ້​ກວມ​ອັດ​ຕາ​80%​ຂຶ້ນ​ໄປ.​ແຕ່​ວ່າ,​ໃນ​ດ້ານ​ນີ້,​ຈີນ​ຫາ​ກໍ່​ເລີ່ມ​ຕົ້ນ,​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ທີ່​ມາ​ລົງ​ທຶນ​ຢູ່​ຈີນ​ດ້ວຍ​ວິ​ທີ​ຊື້​ບໍ​ລິ​ສັດ​ຈີນ​ນັ້ນ​ກວມ​ພຽງ​ແຕ່​2,5%​ຂອງ​ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ໂດຍ​ກົງ​ຢູ່​ຈີນ.