ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-11 16:37:37    
ເຂື່ອນ​ຊ່ານ​ເຊຍ​ໄດ້​ຜ່ອນ​ຄາຍ​ສະ​ພາບ​ການ​ຂາດ​ໄຟ​ຟ້າ​ຢູ່​ເຂດ​ເສດຖະກິດ​ພັດທະນາ​ຂອງ​ຈີນ​ຢ່າງ​ຫຼວງ​ຫຼາຍ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ພາຍຫຼັງ​​ເລີ່​ມການ​ຜະລິດ​ໄຟຟ້າ​ເປັນ​ເວລາ 3 ປີ​ມາ​ນີ້ ​ເຂື່ອນຊ່ານ​ເຊຍ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ໄດ້​ໝູນ​ເດີນ​ຢ່າງ​​ເປັນ​ປົກກະຕິ.ນັບ​ມາ​ຮອດ​ວັນ​ທີ 11 ມີນາ​ນີ້,​ເຂື່ອນ​ຊ່ານ​ເຊຍ​ໄດ້​ຜະລິດ​ໄຟຟ້າ​ຫຼາຍ​ກວ່າ 150 ຕື້​ກິ​ໂລ​ວັດ​ຕໍ່​ຊົ່ວ​​ໂມງ,ໄດ້​ຜ່ອນຄາຍ​ສະພາບການ​ຂາດ​ໄຟຟ້າ​ຢູ່ເຂດ​ເສດຖະກິດ​ພັດ​ທະນາ​ຂອງ​ຈີນ​ຢ່າງ​ຫຼວງ​ຫຼາຍ​ເຊັ່ນ​​ພາກ​ກາງ ​ພາກ​ຕາ​ເວັນ​ອອກ ​ແລະ​ພາກ​​ໃຕ້​ຂອງ​ຈີນ.

​ເຂື່ອນຊ່ານ​ເຊຍ​ແມ່ນ​ກໍ່ສ້າງ​ເປັນ​ສອງ​ພາກສ່ວນ​ຄື​ຕອນຊ້າຍ​ແລະຕອນຂວາ.ນັບ​ມາ​ຮອດ​ເດືອນ​ສິງຫາ​ປີ2005 ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ຢູ່​ຕອນ​ຊ້າຍ​ໄດ້​ຜະລິດ​ໄຟຟ້າກ່ອນ​ແຜນການ​ປີ​ໜຶ່ງ,ຮອດ​ປະຈຸ​ບັນ,​ໄດ້​ໝູນ​ເດີນ​ຢ່າງ​ປອດ​ໄພ​. ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ຢູ່​ຕອນ​ຊວາ​ກໍ​​ເຂົ້າສູ່​​ໄລຍະ​ຕິດຕັ້ງ,ຄາດ​ວ່າ ປີ​ນີ້​ຈະ​ມີ​​ ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ 4 ໜ່ວຍ​ເລີ່​ມຜະລິດ​ໄຟຟ້າ.

ຕາມ​ແຜນການ,​ເຂື່ອນຊ່ານ​ເຊຍຈະ​ຕິດຕັ້ງເຄື່ອງ​ຈັກ​ຜະລິດ​ໄຟຟ້າຂະໜາດ​ 7 ​ແສນ​ກິ​ໂລ​ວັດ​ລວມ 26 ໜ່ວຍ,ນີ້​ຈະ​ແມ່ນ​ເຂື່ອນ​​ໄຟຟ້າ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ​ປະຈຸ​ບັນ.