ຜູ້ນຳຈີນແຍກກັນເຂົ້າຮ່ວມການສຳຫຼວດພິຈາລະນາຂອງບາງຄະນະໃນກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນ
cri
Author: MO

ໃນເວລາເຂົ້າຮ່ວມການພິຈາລະນາ, ທ່ານອູປ່າງໂກະກ່າວເນັ້ນວ່າ, ການວາງກົດໝາຍຕ້ອງຍຶດໝັ້ນຖືຄົນເປັນຫຼັກ, ພິຈາລະນາຈາກສະພາບແຫ່ງຊາດແລະສະພາບຕົວຈິງຂອງຈີນ, ຊຸກຍູ້ການສ້າງກົດໝາຍຕາມຫຼັກວິທະຍາສາດແລະປະຊາທິປະໄຕ. ທ່ານເວີ່ນເຈຍປາວໄດ້ເຂົ້າຮ່ວມການສຳຫຼວດພິຈາລະນາຂອງຄະນະຜູ້ແທນແຂວງກຸ້ຍໂຈວ ພາກຕາເວັນຕົກສຽງໃຕ້ທີ່ເສດຖະກິດຫຼ້າຫຼັງໂດຍທຽບຖານ, ທ່ານເວົ້າວ່າ, ເຂດທຸກຍາກຕ້ອງເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງເຊັ່ນຄົມມະນາຄົມເປັນຕົ້ນ, ອອກແຮງພັດທະນາຜະລິດຕະກຳທີ່ມີສີສັນພິເສດ, ເຮັດວຽກຊ່ອຍເຫຼືອເຂດທຸກຍາກໃຫ້ດີຢ່າງໝັ້ນໜຽວບໍ່ປ່ຽນແປງ. 1 2
|
|