ຕາມຂ່າວCRI:ວັນທີ8ມີນານີ້,"ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ຂອງວິສາຫະກິດ"ຈີນໄດ້ຍືນໃຫ້ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນທີ່ຈັດຂຶ້ນຢູ່ທີ່ປັກກິ່ງພິຈາລະນາ.ຮ່າງກົດໝາຍສະບັບນີ້ມີແຜນຈະທ້ອນໂຮມອັດຕາອາກອນລາຍໄດ້ຂອງວິສາຫະກິດຈີນແລະຕ່າງປະເທດເປັນເອກະພາບກັນ,ສ້າງສະພາບແວດລ້ອມຕະຫຼາດທີ່ແຂ່ງຂັນຢ່າງທ່ຽງທຳໃຫ້ວິສາຫະກິດປະເພດຕ່າງໆ.
ປັດຈຸບັນ,ພາລະດ້ານພາສີອາກອນຕົວຈິງຂອງວິສາຫະກິດຈີນສູງກວ່າວິສາຫະກິດຕ່າງປະເທດເກືອບ10%.
"ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ຂອງວິສາຫະກິດ"ຈະກຳນົດອັດຕາອາກອນລາຍໄດ້ຂອງວິສາຫະກິດຈີນແລະຕ່າງປະເທດເປັນ25%,ວິສາຫະກິດຂະໜາດນ້ອຍທີ່ມີລາຍໄດ້ຕ່ຳທີ່ມີເງື່ອນໄຂແລະວິສາຫະກິດໄຮເທັກທີ່ລັດເນັ້ນໃຫ້ການຊຸກຍູ້ນັ້ນສາມາດເສຍອາກອນຕາງອັດຕາອາກອນ20%ແລະ15%,ອີງຕາງຮ່າງກົດໝາຍ,ວິສາຫະກິດຕ່າມປະເທດທີ່ເສຍອາກອນໃຫ້ຂໍ້ສະດວກໃນອະດີດນັ້ນ,ສາມາດມີສິດທິພິເສດຊົ່ວຄາວໃນດ້ານອັດຕາອາກອນພາຍໃນ5ປີນັບແຕ່ກົດໝາຍອາກອນສະບັບໃໝ່ເລິ່ມປະຕິບັດ.
ວັນທີ8ມີນານີ້,ໃນກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນ,ທ່ານຈິ່ນເຢີນຊີ້ງ ລັດຖະມົນຕີວ່າການກະຊວງການເງິນຈີນກ່າວວ່າ,ການປະຕິຮູບຂອງອາກອນລາຍໄດ້ຂອງວິສາຫະກິດແມ່ນວຽກງານທີ່ເປັນຂີດໝາຍສະແດງໃຫ້ເຫັນວ່າ,ລະບອບເສດຖະກິດຈີນໄດ້ສຸກງອມແລະເຂົ້າສູ່ລະບຽບແລ້ວ,ກໍ່ແມ່ນຄວາມຮັບຮູ້ຄືກັນແລະຄຳຮຽກຮ້ອງຂອງວົງການຕ່າງໆໃນສັງຄົມ.ທ່ານຄາດວ່າ,ຍ້ອນວ່າເມື່ອເບິ່ງຈາກສະພາບໂດຍລວມໄດ້ຫຼຸດອັດຕາອາກອນຕາມການກຳນົດຂອງກົດໝາຍ,ຖ້າວ່າປີ2008ປະຕິບັດກົດໝາຍອາກອນສະບັບໃໝ່,ລາຍໄດ້ການເງິນຂອງຈີນຈະຫຼຸດລົງ93ຕື້ຢວນ,ແມ່ນຢູ່ໃນຂອບເຂດທີ່ຮັບໄດ້.
|