GDPຂອງຈີນປີກາຍນີ້ເພີ່ມຂຶ້ນເປັນປົກກະຕິໃນດ້ານກວມລວມ
cri
Author: MO

ຕາມຂ່າວCRI:ວັນທີ 7 ມີນານີ້, ຢູ່ທີ່ປັກກິ່ງ, ທ່ານມາຂາຍ ປະທານຄະນະກຳມະການການພັດທະນາແລະການປະຕິຮູບແຫ່ງລັດຈີນກ່າວວ່າ, ເສດຖະກິດຂອງຈີນໃນປີກາຍນີ້ເພີ່ມຂຶ້ນດ້ວຍຄວາມໄວເປັນປົກກະຕິໃນດ້ານກວມລວມ.
ທ່ານເວົ້າວ່າ, GDPຂອງຈີນໃນປີກາຍນີ້ເພີ່ມຂຶ້ນ 10,7%, ລາຄາບໍລິໂພກໝັ້ນທ່ຽງ, ເສດຖະກິດມີປະສິດທິຜົນດີສົມຄວນ, ແຕ່ໄດ້ເສຍຄ່າຕອບແທນຫຼາຍເກີນໄປ, ສຳຄັນແມ່ນສິ້ນເປືອງຊັບພະຍາກອນອ່າວຫຼາຍ. ປີນີ້, ຈີນໄດ້ກຳນົດຈຸດໝາຍເຕີບໂຕຂອງGDPໃຫ້ເຖິງ 8%, ກໍແມ່ນເພື່ອສູມກຳລັງວັງຊາໄວ້ໃນການຫັນປ່ຽນແບບວິທີເຕີບໂຕ ສັບຊ້ອນອົງປະກອບ ແລະຍົກຄຸນນະພາບການໝູນເດີນຂອງເສດຖະກິດໃຫ້ສູງຂຶ້ນ. ທ່ານເຊື່ອວ່າ, ເສດຖະກິດຈີນໃນປີນີ້ຈະສືບຕໍ່ຮັກສາທ່ວງທ່າພັດທະນາຢ່າງທຸ່ນທ່ຽງແລະອ່າວໄວ.
|
|