|
 |
(GMT+08:00)
2007-03-06 10:44:56
|
 |
ທຶນຕ່າງປະເທດຊື້ເອົາວິສາຫະກິດຈີນດຳເນີນໄປຢ່າງເປັນລະບົບ
cri
ຕາມຂ່າວສານຊີນຮວາ,ວັນທີ5ມີນານີ້,ທ່ານໂປຊີ່ໄລ ລັດຖະມົນຕີວ່າການກະຊວງການຄ້າຈີນກ່າວວ່າ,ທຶນຕ່າງປະເທດຊື້ເອົາວິສາຫະກິດຈີນນັ້ນພວມຢູ່ໄລຍະເບື້ອງຕົ້ນຢູ່ຈີນ,ເມື່ອສັງເກດເບິ່ງໂດຍລວມແລ້ວເຫັນວ່າ,ແມ່ນພວມດຳເນີນໄປຢ່າງເປັນລະບົບ.
ໃນເວລາຕອບຄຳຖາມຂອງນັກຂ່າວຢູ່ທີ່ປັກກິ່ງ,ທ່ານໂປຊີ່ໄລກ່າວວ່າ,ທຶນຕ່າງປະເທດຊື້ເອົາວິສາຫະກິດຈີນແມ່ນຮູບການໜຶ່ງທີ່ນັກທຸລະກິດຕ່າງປະເທດເຂົ້າສູ່ຈີນ,ແຕ່ດຽວນີ້ຍັງຢູ່ໃນໄລຍະເບື້ອງຕົ້ນ.ທ່ານຫວັງໃຫ້ທຶນຕ່າງປະເທດຊື້ເອົາວິສາຫະກິດຈີນນັ້ນຈະປະຕິບັດຢ່າງເປັນລະບຽບ,ສອດຄ່ອງກັບຫຼັກການທີ່ແຂ່ງຂັນກັນຢ່າງຍຸດຕິທຳ,ແລະສອດຄ່ອງກັບກົດເກນພັດທະນາຂອງຕະຫຼາດ.
ການນຳໃຊ້ທຶນຕ່າງປະເທດແລະດຶງດູດທຶນຕ່າງປະເທດໂດຍກົງແມ່ນເນື້ອໃນສຳຄັນອັນໜຶ່ງຂອງການໄຂປະຕູສູ່ພາຍນອກຂອງຈີນ.ໃນຫຼາຍປີມານີ້,ມູນຄ່າທຶນຕ່າງປະເທດທີ່ຈີນດຶງດູດນັ້ນເປັນທີໜຶ່ງໂດຍຕະຫຼອດໃນປະເທດພວມພັດທະນາ.ນັບມາຮອດທ້າຍປີກາຍນີ້,ນັບລວນແລ້ວຈີນໄດ້ນຳໃຊ້ທຶນຕ່າງປະເທດ685ຕື້400ລ້ານໂດລາ.
|
|
|