ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-05 18:18:43    
ເປົ້າ​ໝາຍ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ປີ​2007​ຍັງ​ແມ່ນ​8%

cri

ຕາມ​ຂ່າວCRI:​ໃນ​ເວລາ​ສະ​ເໜີ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະບານ​ໃນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາ​ຊົນ​​​ແຫ່ງ​ຊາດ​ຈີນທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ5ມີນາ​ນີ້,ທ່າ​ນ​ເວີນ​ເຈຍ​ປາວ ນາຍົກ​ລັດຖະ​ມົນ​ຕີຈີນ​ກ່າວ​ວ່າ,ບົນ​ພື້ນ​ຖານ​ທີ່ປັບປຸງ​ອົງ​ປະກອບ​ໃຫ້​ດີ​ຂຶ້ນ,ຍົກ​ປະສິດທິ​ຜົນ​ໃຫ້​ສູງ​ຂຶ້ນ,​ຫຼຸດ​ການ​ສິ້ນ​ເປືອງ​ພະລັງ​ງານ​ໃຫ້​ໜ້ອຍ​ລົງ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ,ປີ​ນີ້,​ເປົ້າ​ໝາຍ​ການ​ເຕີບ​ໂຕຂອງ​GDPຂອງ​ຈີນແມ່ນ​ປະມານ​8%.ນີ້​ແມ່ນ​ຈີນ​ກຳນົດ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ໃຫ້​ເປົ້າ​ໝາຍການ​​ເຕີບໂຕ​ທາງເສດ​ຖະກິດ​ເປັນ​ເທື່ອ​ທຳ​ອິດ.

ທ່ານ​ເວີນ​ເຈຍ​ປາວ​ກ່າວວ່າ,ສິ່ງ​ສຳຄັນ​ກວ່າ​ນັ້ນແມ່ນ​ຈະ​ຊັກ​ນຳ​ການ​ຜັນ​ຂະຫຍາຍ​ພັດທະ​ນະ​ທັດ​ວິທະຍາ​ສາດຢ່າງ​ຈົດ​ຈໍ່,ຫັນປ່ຽນ​ຈຸດໜັກ​ຂອງ​ວຽກ​ງານ​​ເປັນ​ການ ປັບປຸງ​ອົງ​ປະກອບ​ໃຫ້​ດີ​ຂຶ້ນ,ການຍົກ​ປະສິດທິ​ຜົນ​ໃຫ້​ສູງ​ຂຶ້ນ​,ການ​ປະ​ຢັດ​ພະລັງງານ​​ແລະຫຼຸດ​ມົນ​ລະ​ພິດ​ໃຫ້​ໜ້ອຍ​ລົງ,ປ້ອງ​ກັນບໍ່​ໃຫ້ສະ​ແຫວ​ງຫາ​ແລະ​ປຽບທຽບ​ຈັງ​ຫວະ​ເຕີບ​ໂຕ​​ໃນດ້ານ​ດຽວ​ຢ່າງ​ຫຼັບ​ຫູ​ຫັຼບຕາ,ບັນ​ລຸ​​ໃຫ້ເສດ​ຖະກິດ​ພັດທະ​ນາ​ທັງ​ດີ​ທັງ​ໄວ.

ທ່ານ​ເວີນ​ເຈຍ​ປາວ​ຍັງ​ໄດ້​ປະກາດ​ເປົ້າ​ໝາຍ​ອື່ນໆ​ໃນການ​ພັດ​ທະນາ​ຂອງ​ຈີນ​ໃນ​ປີ​ນີ້​,ເຊິ່ງລວມ​ທັງຈຳ​ນວນ​ຜູ້​ປະກອບ​ອາຊີບ​ທີ່​ເພິ່ມຂຶ້ນຢູ່​ຕົວ​ເມືອງ​ບໍ່​ໜ້ອຍ​ກວ່າ9​ລ້ານ​ຄົນ,ຄວບ​ຄຸມ​ອັດຕາ​ຫວ່າງ​ງານ​ໃນ​ຕົວ​ເມືອງ​ໃຫ້​ຕ່ຳ​ກວ່າ4,6%,ປັບປຸງ​ສະພາບ​ບໍ່​ດຸນ​ດ່ຽງ​ກັນ​ລະຫວ່າງ​ລາຍ​ໄດ້ລາຍ​ຈ່າຍ​ສາກົນ​ໃຫ້​ດີ​ຂຶ້ນ,ສືບ​ຕໍ່ປະ​ຕິ​ບັດ​ນະ​ໂຍບາຍ​ການ​ເງິນ​ແລະ​ນະ​ໂຍບາຍ​ເງິນ​ຕາ​ທີ່​ໝັ້ນ​ທ່ຽງ.