ປີກາຍນີ້ດຸນໄດ້ປຽບການຄ້າຂອງໄຕ້ຫວັນຕໍ່ແຜ່ນດິນໃຫຍ່ຈີນໄດ້ເກີນ38ຕື້500ລ້ານໂດລາ
cri
ຕາມຂ່າວສານຊິນຮວາ,ຕົວເລກສະຖິຕິຫຼ້າສຸດທີ່ພະແນກຮັບຜິດຊອບວຽກງານເສດຖະກິດຂອງເຈົ້າໜ້າທີ່ໄຕ້ຫວັນປະກາດນັ້ນສະແດງໃຫ້ເຫັນວ່າ,ປີກາຍນີ້,ຍອດມູນຄ່າການຄ້າຂອງໄຕ້ຫວັນ ຕໍ່ແຜ່ນດິນໃຫຍ່ຈີນມີ88ຕື້120ລ້ານໂດລາ,ເພີ່ມຂຶ້ນຫຼາຍກວ່າປີ2005 15,4%. ດຸນໄດ້ປຽບການຄ້າຕໍ່ແຜ່ນດິນໃຫຍ່ມີມູນຄ່າເຖິງ38ຕື້550ລ້ານໂດລາເພີ່ມຂຶ້ນຫຼາຍກວ່າປີ2005 6,6%,ເຊິ່ງໄດ້ສ້າງສະຖິຕິສູງໃໝ່ອີກ.
ຕາມສະຖິຕິ,ປີກາຍນີ້,ຍອດມູນຄ່າການຄ້າກັບແຜ່ນດິນໃຫຍ່ຈີນຂອງໄຕ້ຫວັນໄດ້ກວມ20,7%ຂອງຍອດມູນຄ່າການຄ້າກັບພາຍນອກຂອງໄຕ້ຫວັນ,ອັດຕານີ້ເມື່ອທຽບກັບປີ2005ແລ້ວໄດ້ເພີ່ມຂຶ້ນ0,7%.
|
|