|
ຕາມຂ່າວສານຈີນ:ຫວ່າງມໍ່ໆນີ້,ທ່ານຫຼີໂລລີ້ ສາດສະດາຈານມະຫາວິທະຍາໄລນານຂ່າຍຈີນຊີ້ອອກວ່າ,ການຊຸກຍູ້ການຮ່ວມມືພາກພື້ນປານອ່າວພາກເໜືອ, ບໍ່ພຽງແຕ່ເຮັດໃຫ້ຈີນກັບອາຊຽນມີການພົວພັນສະໜິດແໜ້ນກວ່າເກົ່າ, ຫາກຍັງຈະສ້າງສະຖານະພາບໃຫ້ຫຼາຍຝ່າຍຮັບຜົນປະໂຫຍດນຳກັນ.
ເຂດກວາງຊີ ທີ່ຕັ້ງຢູ່ເຂດຊາຍແດນພາກໃຕ້ຂອງຈີນພັດທະນາຫຼ້າຫຼັງກວ່າແຂວງອື່ນ,ຈີນກັບອາຊຽນສ້າງເຂດການຄ້າເສລີໄດ້ສ້າງໂອກາດໃຫ້ການພັດທະນາຂອງເຂດກວາງຊີ,ປີ2006,ເຂດກວາງຊີໄດ້ສະເໜີທັດສະນະ"ການຮ່ວມມືພາກພື້ນປານອ່າວພາກເໜືອ",ເປີດກວ້າງເຂດກວາງຊີ,ແຂວງກວາງຕົ້ງ,ແຂວງໄຫຫລຳຂອງຈີນແລະບາງແຂວງຂອງຫວຽດນາມໃຫ້ເປັນເຂດການຮ່ວມມືເສດຖະກິດປານອ່າວພາກເໜືອ,ຕະຫຼອດໄປຮອດມາເລເຊຍ,ສິງກະໂປ,ອິນໂດເນເຊຍ,ຟິລິບປິນແລະບຼູໄນ.
ປັດຈຸບັນ,ການຮ່ວມມືພາກພື້ນປານອ່າວພາກເໜືອໄດ້ຖືກຈັດເຂົ້າໃນຍຸດທະສາດພັດທະນາແຫ່ງຊາດຈີນແລ້ວ.
ຜູ່ຊ່ຽວຊານເຫັນວ່າ,ໂດຍຜ່ານຈາກການຊຸກຍູ້ການຮ່ວມມືປານອ່າວພາກເໜືອ,ຈີນຈະຜ່ານຈາກເຂດທະເລດັ່ງກ່າວຊຸກຍູ້ຂະບວນວິວັດສ້າງເຂດການຄ້າເສລີຈີນ-ອາຊຽນຢ່າງດີກວ່າເກົ່າ,ແລະເຂົ້າຮ່ວມການຮ່ວມມືແລະການແຂ່ງຂັນເສດຖະກິດໃນໂລກ.
|