|
ຕາມຂ່າວຈາກໜັງສືພິມເຢິນມິນຢື້ປ້າວຂອງຈີນ:ວັນທີ28ກຸມພາທີ່ແລ້ວ,ກົມສະຖິຕິແຫ່ງຊາດຈີນໄດ້ປະກາດ" ແຈ້ງການສະຖິຕິການພັດທະນາເສດຖະກິດແຫ່ງຊາດແລະສັງຄົມປີ2006".ແຈ້ງການຂຽນວ່າ,ອີງຕາມການໄລ່ລຽງໃນເບື້ອງຕົ້ນ,GDPຂອງຈີນປີ2006ໄດ້ບັນລຸ2ໝື່ນ9ຮ້ອຍ4ສິບຕື້700ລ້ານຢວນ,ໄດ້ເພິ່ມຂຶ້ນ10,7%ເມື່ອທຽບກັບປີ2005.
ແຈ້ງການຂຽນວ່າ,ໃນທ້າຍປີ2006,ປະຊາກອນຈີນໄດ້ບັນລຸ1ຕື້310ລ້ານຄົນ,ປະຊາກອນຕົວເມືອງໄດ້ກວມ43,9%ຂອງຍອດປະລິມານປະຊາກອນທົ່ວປະເທດ.
ພ້ອມກັນນັ້ນ,ແຈ້ງການເຜີຍໃຫ້ຮູ້ວ່າ,ປີ2006,ຜົນຜະລິດທັນຍາຫານຂອງຈີນໄດ້ເພິ່ມຂຶ້ນ2,8%ເມື່ອທຽບກັບປີ2005.ເພິ່ມຂຶ້ນເປັນ3ປີລຽນຕິດນັບແຕ່ປີ1985ມານີ້.
ຕົວເລກສຳຄັນໃນແຈ້ງການຍັງມີ:ຍອດມູນຄ່າສົ່ງອອກນຳເຂົ້າຂອງຈີນປີ2006ໄດ້ເພິ່ນຂຶ້ນ23,8%,ຄັງສຳຮອງເງິນຕາຕ່າງປະເທດລື່ນຫຼາຍ1000ຕື້ໂດລາ,ຄ່າຄົ້ນຄວ້າພັດທະນາກວມ1,41%ຂອງGDP.
|