ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-26 16:36:01    
ຜູ່​ຊ່ຽວ​ຊານ​ຂອງ​ກະ​ຊວງ​ການ​ເງິນ​ຈີນ​ເຫັນ​ວ່າ,ລະ​ບອບ​ສ່ວຍ​ສາ​ອາ​ກອນ​ໃໝ່​ຫຼັງ​ຈາກ​ໂຮມ​ພາ​ສີ​ລາຍ​ໄດ້​ຂອງ​ວິ​ສາ​ຫະ​ກິດ​ຈີນ​ແລະ​ຕ່າງ​ປະ​ເທດ​ເປັນ​ເອ​ກະ​ພາບ​ກັນ​ແລ້ວ ຍັງ​ດູດ​ດຶງ​ທຶນ​ຕ່າງ​ປະ​ເທດ​ໄດ້​ຫຼາຍ​ຢູ່

cri Author: da
ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢິນມິນ​ຢື້​ປ້າວ​ລາຍ​ງານ​ວ່າ,ຜູ່​ຊ່ຽວຊານ​ຂອງ​ກະຊວງ​ການ​ເງິນ​ຈີນ​ເຫັນ​ວ່າ,​ການໂຮມ​ພາສີ​ລາຍ​ໄດ້​ຂອງ​ວິ​ສາ​ຫະກິດ​ຈີນ​ແລະ​ຕ່າງປະ​ເທດ​ເປັນ​ເອກະ​ພາບ​ກັນ ບໍ່​ແມ່ນ​ຍົກ​ເລີກ​ການ​ຍົກ​ເວັ້ນພາສີ​ລາຍ​ໄດ້​ຂອງ​ວິ​ສາ​ຫະກິດ​ຕ່າງປະ​ເທດ,​ລະບອບ​ສ່ວຍ​ສາ​ອາກອນ​ໃໝ່​ຍັງ​ດູດ​ດຶງ​ທຶນ​ຕ່າງປະ​ເທດໄດ້ຫຼາຍ​​ຢູ່.

ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ເດືອນ​ໜ້າ​ຈະ​ພິຈາລະນາ​ກົດໝາຍ​ວ່າ​ດ້ວຍ​ພາສີ​ລາຍ​ໄດ້​ຂອງ​ວິ​ສາ​ຫະກິດ,ກົດໝາຍ​ສະບັບ​ນີ້​ຈະ​ໂຮມ​ອັດຕາ​ສ່ວຍ​ສາ​ອາກອນ​ລາຍ​ໄດ້​ຂອງ​ວິ​ສາ​ຫະກິດ​ຈີນ​ແລະ​ຕ່າງປະ​ເທດ​ເປັນ​ເອກະ​ພາບ​ກັນ ຄື 25%,ທັງ​ຈະ​ປະຕິບັດ​ລະບົບ​ສ່ວຍ​ສາ​ອາກອນ​ຕ່ຳ​ຄັ້ງ​ໃໝ່​ທີ່"​ໃຫ້​ອຸດສາຫະກຳ​ຊົມ​ໃຊ້​ສ່ວຍ​ສາ​ອາກອນ​ຕ່ຳ​​ເປັນ​ຫຼັກ,​ໃຫ້​ພາກ​ພື້ນ​ຊົມ​ໃຊ້​ສ່ວຍ​ສາ​ອາກອນ​ຕ່ຳ​ເປັນ​ສຳ​ຮອງ".

ທ່ານ​ເຈຍ​ຄ່າງ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​ຂອງ​ກະຊວງ​ການ​ເງິນ​ຈີນ​ກ່າວ​ວ່າ,ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ ດູ​ດດຶງ​ທຶນ​ຕ່າງປະ​ເທດ​ແມ່ນ​ນະ​​ໂຍບາຍ​ພື້ນຖານ​ແຫ່ງ​ຊາດ​​ເປັນ​ເວລາ​ຍາວ​ນານ​ຂອງ​ຈີນ,ຈີນ​ຈະ​ບໍ່​ຍົກ​ເລີກ​ນະ​ໂຍບາຍ​ສ່ວຍ​ສາ​ອາກອນ​ລາຍ​ໄດ້​ຕ່ຳ​ຕໍ່​ທຶນ​ຕ່າງປະ​ເທດ.ກົດໝາຍ​ວ່າ​ດ້ວຍ​ສ່ວຍ​ສາ​ອາກອນ​ລາຍ​ໄດ້​ຂອງ​ວິສາຫະກິດສະບັບ​ໃໝ່​ຈະ​ຊຸກຍູ້​ການ​ຊົມ​ໃຊ້​ນະ​ໂຍບາຍ​ສ່ວຍ​ສາ​ອາກອນ​ຕ່ຳ​ຕໍ່​ວິ​ສາ​ຫະກິດ​ຈີນ​ແລະ​ຕ່າງປະ​ເທດ​ຢ່າງ​ສົມ​ເຫດ​ສົມ​ຜົນ​ແລະ​ຍົກ​ສູງ​ລະດັບ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ.

ທ່ານ​ກ່າວ​ວ່າ,ຈີນ​ປະຕິບັດ​ອັດຕາ​ສ່ວຍ​ສາ​ອາກອນ​ຕ່ຳອັນ​ໃໝ່​ຄື 25% ນັ້ນຍັງ​ຕ່ຳ​ກວ່າ​ອັດຕາ​ສ່ວຍ​ສາ​ອາກອນ​ສະ​ເລ່ຍຂອງ​ຫຼາຍ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຢູ່​ອ້ອມ​ຂ້າງ,ຈຶ່ງ​ຍັງ​ສາມາດ​ດູດ​ດຶງ​ທຶນຈາກ​ຕ່າງ​ປະ​ເທດ​​ໄດ້​ຫຼາຍ​ຢູ່.