|
 |
(GMT+08:00)
2007-02-21 16:39:16
|
 |
ການທ່ອງທ່ຽວໃນຍາມບຸນກຸດຈີນໄດ້ມີກະແສສູງໃໝ່
cri
ຕາມຂ່າວຈາກໜັງສືພິມເຢີນມິນຢື້ປ້າວ,ຕອນຄ່ຳວັນທີ20ກຸມພານີ້,ພາກສ່ວນທີ່ກ່ຽວຂ້ອງຂອງຈີນໄດ້ແຈ້ງຂໍ້ມູນການທ່ອງທ່ຽວວ່າ,ຍາມພັກບຸນກຸດຈີນປີນີ້ເມື່ອຮອດມື້ທີສາມ,ແຫ່ງຕ່າງໆໄດ້ຜູ້ໄປນັກທ່ອງທ່ຽວຫຼວງຫຼາຍຢ່າງເປັນກະແສສູງ.
ຂໍ້ມູນຂອງແຫ່ງຕ່າງໆສະແດງໃຫ້ເຫັນວ່າ,ແຫ່ຼງທ່ອງທ່ຽວຕ່າງໆເຊັ່ນ, ພາກຕາເວັນອອກສຽງເໜືອເກາະໄຫຫຼໍາ ແລະພາກຕາເວັນອອກສຽງໃຕ້ເປັນຕົ້ນ,ຈຳນວນນັກທ່ອງທ່ຽວຫຼາຍຂຶ້ນຢ່າງຕໍ່ເນື່ອງ,ຈົນເປັນກະແສສູງຄັ້ງທຳອິດໃນຍາມບຸນກຸດຈີນ,ໂດຍສະເພາະແມ່ນທິວທັດໃໝ່ຕ່າງໆໃນຕົວເມືອງການທ່ຽວຊົມຮີດຄອງປະເພນີພື້ນເມືອງ ແລະມໍລະດົກວັດທະນະທຳເປັນຕົ້ນໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວ.
ຢູ່ນະຄອນທຽນສິນ ພາກເໜືອຂອງຈີນ,ໄດ້ຈັດໃຫ້ມີກິດຈະກຳຕ່າງໆ,ເຊັ່ນ ງານຮີດຄອງປະເພນີພື້ນເມືອງ ແລະງານວັດທະນະທຳເປັນຕົ້ນ.ຢູ່ແຫຼ່ງທ່ອງທ່ຽວສຳຄັນແລະສະໜາມໄຕ່ຫິມະຂອງນະຄອນຮາບິນ ພາກຕາເວັນອອກສຽງເໜືອຂອງຈີນກໍໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍຂຶ້ນເລື້ອຍໆ.ຢູ່ນະຄອນຊຽງໄຮ້ ພາກຕາເວັນອອກຂອງຈີນໄດ້ສະແດງຮີດຄອງບຸນກຸດຈີນໃຫ້ນັກທ່ອງທ່ຽວຈີນແລະຕ່າງປະເທດຊົມ.
|
|
|