ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-25 18:08:56    
ປີ​ນີ້,ຈີນ​ມີ​ແຜນ​ຈະ​ຫຼຸດ​ປະ​ຊາ​ກອນ​ທຸກ​ຍາກ​ໃຫ້​ໜ້ອຍ​ລົງ​3ລ້ານ​ຄົນ

cri

ຕາມ​ຂ່າວCRI:ຕາມ​ແຜນການ​ລັດຖະບານ​ຈີນ,ປີ​ນີ້,ຈີນ​ຈະ​ຫຼຸດ​ປະຊາ​ກອນທຸກ​ຍາກທີ່​ບໍ່​ທັນ​ກິນ​ອີ່ມ​ນຸ່ງ​ອຸ່ນໃຫ້​ໜ້ອຍ​ລົງຢ່າງ​ໜ້ອຍ​3ລ້ານ​ຄົນ​.

ວັນ​ທີ25​ມັງກອນ​ນີ້,ທ່ານ​ລີ​ວຈ່ຽນ ຫົວໜ້າ​ຫ້ອງການ​ໜ່ວຍ​ນຳພາ​ການ​ ຄວາມທຸກ​ຍາກ​ຂອງ​ລັດຖະບານ​ຈີນ​​ໄດ້​ເຜີຍ​ໃຫ້​ຮູ້​ຂ່າວ​ດັ່ງກ່າວ​ຢູ່​ທີ່​ປັກ​ກິ່ງ.

ທ່ານ​ລີ​ວຈ່ຽນ​ເວົ້າ​ວ່າ,ປີ​ກາຍ​ນີ້,ວຽກງານ​ຫຼຸດຜ່ອນຄວາມທຸກ​ຍາກ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຈະ​ແຈ້ງ,ປະຊາກອນ​ທຸກ​ຍາກ​​ທີ່​ຍັງ​ບໍ່​ໄດ້​ກິນ​ອິ່ນ​ນຸ່ງ​ອຸ່ນ​ຢູ່​ຊົນນະບົດ​ໄດ້​ຫຼຸດ​ລົງ​2ລ້ານ​ຄົນ.ທ່ານ​ກ່າວ​ວ່າ,​​​ໃນ​ຕໍ່​​ໜ້າ,ຈີນ​ຈະ​ເພິ່ມທະວີ​ການ​ລົງທຶນ​ແລະ​ການ​ພັດທະນາ​ຢູ່​ເຂດ​ທຸກ​ຍາກ​ຕື່​ມ​ອີກ,ພະຍາ​ຍາມ​ປັບປຸງ​ສະພາບ​ການ​ຜະລິດ​ແລະ​ຊີ​ວິການ​ເປັນ​ຢູ່​ຂອງ​ເຂດ​ທຸກ​ຍາກ​ໃຫ້​ດີ​ຂຶ້ນ,ສືບ​ຕໍ່​ເພິ່ມທະວີ​ວຽກ​ງານ​ອົບຮົມ ຍົກຍ້າຍ​ແຮງ​ງານຜູ້​ທຸກ​ຍາກ​ຂອງ​ຊົນນະບົດ​ແລະວຽກ​ງານ​ຫັນ​ການຫຼຸດ​ຜ່ອນ​ຄວາມທຸກ​ຍາກເປັນ​ອຸດ​ສາ​ຫະກຳ.

ປັດຈຸບັນ,ຈີນ​ຍັງ​ມີ​ປະຊາກອນ​ທຸກ​ຍາກ​ທີ່​ຍັງ​ບໍ່​ທັນກິນ​ອິ່ມ​ນຸ່ງ​ອຸ່ນ20​ລ້ານ​ກວ່າ​ຄົນ,ປະຊາກອນ​ທຸກ​ຍາກ​ເຫຼົ່ກນີ້​ສ່ວນ​ຫຼາຍ​ແຈກ​ຢາຍ​ຢູ່​ເຂດຫ່າງ​ໄກ​ສອກ​ຫຼີກ​ທີ່​ການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່ທີ່​ບໍ່​ທັນ​ດີ,​​ການຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ຫຼາຍມີ​ຄວາມ​ຫຍຸ້ງ.