ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-13 17:38:40    
ຍອດ​ມູນ​ຄ່າ​ການ​ຈໍລະ​ຈອນ​ສິນ​ຄ້າ​ຂອງ​ສັງຄົມ​ຈີນ​ໃນ​ປີ​ກາຍ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວ​ລາ​ດຽວ​ກັນ​ຂອງ​ປີ​ກ່ອນ 17%

cri Author: mo
ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢີ​ນມິນ​ຢື້​ປ້າວ​ສະບັບ​ວັນ​ທີ 13 ມັງກອນ: ຕາມ​ສະຖິຕິ, ປີ 2006, ຍອດ​ມູນ​ຄ່າ​ການ​ຈໍລະ​ຈອນ​ສິນຄ້າ​ຂອງ​ສັງຄົມ​ຈີນ​​ແມ່ນ 59 ພັນ​ຕື້ຢວນ, ເພີ່ມ​ຂຶ້ນຫຼາຍກວ່າ​ເວລາ​ດຽວ​ກັນ​ຂອງ​ປີ​ກ່ອນ 17%.

ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2006, ຂະ​ແໜງ​ການ​ຈໍລະ​ຈອນ​ສິນຄ້າ​ຂອງຈີນ​ມີ​ທ່ວງທ່າ​ຂະຫຍາຍຕົວ​ຢ່າງ​ໝັ້ນທ່ຽງ​ແລະ​ວ່ອງ​ໄວ, ພື້ນຖານ​ແລະ​ສະພາບ​ພາຍ​ນອກ​ຂອງ​ການ​ຈໍລະ​ຈອນ​ສິນຄ້າ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ. ການ​ຈໍລະ​ຈອນ​ສິນຄ້າຂອງ​ຈີນ​ໄດ້ມີ​ມູນ​ຄ່າ​ເພີ່ມ 1400 ຕື້​ຢວນ, ​ເພີ່ມ​ຂຶ້ນຫຼາຍກວ່າ​ປີ 2005 10%ຂຶ້ນ​ໄປ.

ມູນ​ຄ່າ​ເພີ່ມຂອງ​ການ​ຈໍລະ​ຈອນ​ສິນ​ຄ້າ​ແມ່ນ​ໝາຍ​ເຖິງ​ມູນ​ຄ່າ​ເພີ່ມ​ໃໝ່​ທີ່​ວິ​ສາ​ຫະກິດ​ຈໍລະ​ຈອນ​ສິນຄ້າ​ສ້າງ​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິດ​ຈໍລະ​ຈອນ​ສິນຄ້າ.