|
 |
(GMT+08:00)
2007-01-12 17:41:01
|
ຈີນກາຍເປັນປະເທດໃຫຍ່ອັນດັບ 4 ທີ່ຮອງຮັບນັກທ່ອງທ່ຽວຈາກຕ່າງປະເທດ
cri
Author: da
ໜັງສືພິມເຢິນມິນຢື້ປ້າວສະບັບຕ່າງປະເທດລາຍງານວ່າ:ກົມທ່ອງທ່ຽວແຫ່ງຊາດຈີນຖະແຫຼງວ່າ,ປີ2006,ການເຂົ້າມາທ່ອງທ່ຽວຢູ່ຈີນມີທ່ວງທ່າເພີ່ມຂຶ້ນຢ່າງຕໍ່ເນື່ອງແລະໄວສົມຄວນ,ຄາດວ່າ ຈຳນວນນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຢູ່ຈີນໃນປີກາຍນີ້ບັນລຸ 124 ລ້ານເທື່ອຄົນ.ຈີນໄດ້ກາຍເປັນປະເທດໃຫຍ່ອັນດັບ 4 ທີ່ຮອງຮັບນັກທ່ອງທ່ຽວຈາກຕ່າງປະເທດແລະຈາກຮົງກົງ ມາກາວ ໄຕ້ຫວັນ.
ປີກາຍນີ້ ຈຳນວນນັກທ່ອງທ່ຽວທີ່ຄ້າງຄືນພັກຢູ່ຈີນບັນລຸ 49 ລ້ານ 6 ແສນເທື່ອຄົນ. ອີງຕາມສະຖິຕິຂອງອົງການທ່ອງທ່ຽວໂລກ,ຈີນໄດ້ກາຍເປັນປະເທດໃຫຍ່ອັນດັບ 4 ທີ່ຮອງຮັບນັກທ່ອງທ່ຽວຕ່າງປະເທດໃນໂລກ,ລາຍຮັບເປັນເງິນຕາຕ່າງປະເທດຈາກການທ່ອງທ່ຽວເປັນອັນດັບ 6 ໃນທົ່ວໂລກ.
|
|
|