ປີກາຍນີ້ບໍລິສັດນ້ຳມັນເຊື້ອໄຟຂອງຈີນຜະລິດນ້ຳມັນດິບໄດ້ຫລາຍກວ່າທຸກປີທີ່ຜ່ານມາ
cri
Author: sayvanny
ຕາມຂ່າວສານຊີນຮວາ:ປີ 2006, ກຸ່ມບໍລິສັດນ້ຳມັນເຊື້ອໄຟແລະອາຍແກສທຳມະຊາດຂອງຈີນ ທີ່ເປັນວິສາຫະກິດຜະລິດນ້ຳມັນເຊື້ອໄຟໃຫຍ່ກວ່າຫມູ່ຂອງຈີນໄດ້ຜະລິດນ້ຳມັນດິບຢ່າງຫມັ້ນທ່ຽງແລະມີການເພີ່ມຂຶ້ນ,ຕະ ຫລອດປີກາຍນີ້, ຜະລິດນ້ຳມັນດິບໄດ້ 106 ລ້ານກວ່າໂຕນ,ເປັນສະຖິຕິສູງສຸດໃນປະຫວັດສາດ.
ການຂຸດຄົ້ນອາຍແກສທຳມະຊາດຂອງບໍລິສັດດັ່ງກ່າວໄດ້ປະກົດມີທ່ວງທ່າຂະຫຍາຍຕົວຢ່າງວ່ອງໄວ, ປະລິມານການຜະລິດປະຈຳປີບັນລຸເຖີງ 44 ຕື້ແມັດກ້ອນ,ເພີ່ມຂຶ້ນດ້ວຍຄວາມໄວ 20%.
|
|