ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-09 17:02:17    
ຈີນ​ສົ່ງ​ເສີມ​​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ການ​ດັດ​ແປງ​ລັດ​ວິ​ສາ​ຫະ​ກິດ​ທີ່​ຜະ​ລິດ​ຄຳ​ຂອງ​ຈີນ

cri Author: da
ໜັງສືພິມ​ເຢິນມິນຢື້​ປ້າວ​ສະບັບ​ຕ່າງປະ​ເທດລາຍ​ງານ​ວ່າ:ຫວ່າງ​ມໍ່ໆ​ນີ້ ​ໃນ​​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ທ່ານ​ເສີງ​ຝູມິນ ປະທານ​ສະມາຄົມ​ຄຳ​ຈີນ​ກ່າວ​ວ່າ, ຈີນ​ສົ່ງ​ເສີມນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າຮ່ວມ​ການ​ດັດ​ແປງລັດ​ວິ​ສາ​ຫະກິດຜະລິດຄຳ​ຂອງ​ຈີນ.

ທ່ານ​ເສີງ​ຝູມິນ​ເວົ້າວ່າ,ຂະ​ແໜງ​ການຜະລິດຄຳ​ຂອງຈີນ​ໄດ້​ເຊີນຊວນ​ແລະ​ສົ່ງ​ເສີມ​ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າຮ່ວມ​ການ​ດັດ​ແປງລັດ​ວິ​ສາ​ຫະກິດຜະລິດຄຳ​ຂອງຈີນ,ຫວັງ​ຢ່າງ​ຈິງ​ໃຈ​ວ່າ ​ໂດຍຜ່ານ​ຈາກການ​ນຳ​ເຂົ້າທຶນຮອນ ​ເຕັກນິກ​ອັນ​ກ້າວໜ້າ​ແລະ​ບົດຮຽນ​ການ​ຄຸ້ມ​ຄອງ​ຂອງ​ຕ່າງປະ​ເທດ​ເພື່ອ​ເລັ່ງລັດ​ບາ​ດກ້າວ​​ໃນ​ການສ້າງຕັ້ງວິ​ສາ​ຫະກິດ​ຜະລິດຄຳຂອງ​ຈີນ​ຄືນ​ໃໝ່,​ເປີດ​ກວ້າງ​ຊ່ອງ​ທາງລະດົມ​ທຶນ​ພັດທະນາ​ການ​ຜະລິດຄຳ​. ຂະ​ແໜງ​ການ​ຜະລິດຄຳຂອງ​ຈີນ​ຈະ​ພະຍາຍາມ​ບູລະນະ​ກົດໝາຍ​ຂໍ້ບັນຍັດ​ກ່ຽວ​ກັບ​ການນຳ​ໃຊ້​ທຶນ​ຕ່າງປະ​ເທດ​ໃຫ້​ສົມບູນ,​ປົວ​ແປງ​ສະພາບ​​ແວດ​ລ້ອມ​ການ​ລົງທຶນ.

ຈີນ​ແມ່ນ​ປະ​ເທດ​ໃຫຍ່​ທີ່​ຜະລິດ​ແລະ​​ໃຊ້ຄຳ​ໃນ​ໂລກ.ປີ 2005, ປະລິມານຄຳທີ່ຈີນ​ສຳ​ຫຼວດຮູ້ນັ້ນມີ 4134 ​ໂຕນ,​​ເປັນ​ທີ 8 ຂອງ​ໂລກ.