ສານສູງສຸດຂອງຈີນຮຽກຮ້ອງສານຂັ້ນຕ່າງໆຈົ່ງເອົາໃຈໃສ່ຢ່າງເຕັມສ່ວນນຳຄວາມຮຽກຮ້ອງຕ້ອງການດ້ານຕຸລາການຂອງກຸ່ມຊົນທີ່ມີຄວາມຫຍຸ້ງຍາກ
cri
ຕາມຂ່າວສານຊີນຮວາ,ວັນທີ5ມັງກອນນີ້ຢູ່ນະຄອນຈີນານ ພາກຕາເວັນອອກຂອງຈີນ,ທ່ານສ່ຽວຢາງ ປະທານສານປະຊາຊົນສູງສຸດຂອງຈີນກ່າວວ່າ,ສານຂັ້ນຕ່າງໆຄວນເອົາໃຈໃສ່ຢ່າງເຕັມສ່ວນນຳຄວາມຮຽກຮ້ອງຕ້ອງການດ້ານຕຸລາການຂອງກຸ່ມຊົນທີ່ມີຄວາມຫຍຸ້ງຍາກ,ໃຊ້ມາດຕະການຊ່ອຍເຫຼືອດ້ານຕຸລາການເຊັ່ນເລື່ອນເວລາຈ່າຍ ຫຼຸດຜ່ອນຫຼືຍົກເວັ້ນຄ່າຟ້ອງຮ້ອງຂອງກຸ່ມຊົນຕ່າງໆ,ເຊັ່ນຊາວກະສິກອນທີ່ເຮັດວຽກໃນຕົວເມືອງ ກຳມະກອນຕົກງານ ຜູ້ເຖົ້າຜູ້ແກ່ແລະຄົນພິການເປັນຕົ້ນ,ແລະຊ່ອຍເຂົາເຈົ້າຊອກຫາການຊ່ອຍເຫຼືອທາງກົດໝາຍໃນຫຼາຍດ້ານເທົ່າທີ່ຈະຫາໄດ້.
ທ່ານສ່ຽວຢາງຍັງຮຽກຮ້ອງໃຫ້ສານຂັ້ນຕ່າງໆອຳນວຍການຊີ້ນຳດ້ານການຟ້ອງຮ້ອງໂດຍບໍ່ເກັບຄ່າໃຫ້ຜູ້ກ່ຽວໂດຍທົ່ວໄປ,ບອກສິດທິແລະພັນທະແຫ່ງການຟ້ອງຮ້ອງໃຫ້ຜູ້ກ່ຽວຢ່າງຮອບດ້ານ,ແລະໃຫ້ລະບອບດັ່ງກ່າວສອດຮ້ອຍທົ່ວຂະບວນການຟ້ອງຮ້ອງ,ຕອບສະໜອງກັບຄວາມປາຖະໜາຂອງຜູ້ກ່ຽວທີ່ຢາກຊອກຮູ້ຂະບວນວິວັດການຟ້ອງຮ້ອງ,ໃຕ້ປະຖົມປັດໄຈທີ່ບໍ່ກ່ຽວພັນເຖິງຄວາມລັບແຫ່ງການພິພາກສາ,ບອກຂະບວນວິວັດການຟ້ອງຮ້ອງໃຫ້ຜູ້ກ່ຽວຮູ້ຢ່າງເຕັມສ່ວນ.ຕ້ອງເຮັດໃຫ້ຊ່ອງທາງການອຸທອນເດີນແມ່ນແລ່ນສະດວກ,ແກ້ໄຂບັນຫາທີ່ຜູ້ກ່ຽວຍື່ນອຸທອນຍາກນັ້ນຢ່າງບັງເກີດຜົນ.ໃຊ້ມາດຕະການທີ່ຕິດແທດຕົວຈິງແລະບັງເກີດຜົນ,ຮັບປະກັນສິດທິຜົນປະໂຫຍດຂອງຜູ້ກ່ຽວທີ່ຊະນະໃນການຟ້ອງຮ້ອງນັ້ນຈະປະກົດຜົນເປັນຈິງຢ່າງທັນການແລະເຕັມສ່ວນ.
|
|