ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-04 18:57:50    
ການ​ລົງ​ທຶນ​ໃນ​ຊັບ​ສິນ​ຄົງ​ທີ່​ຂອງ​ຈີນ​ໃນ​ປີ​2007​ອາດ​ຈະ​ຫຼຸດ​ລົງ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ຫວ່າງມໍ່ໆ​ນີ້,​ໃນບົດ​ລາຍ​ງານ​ຄົ້ນ​ຄວ້າ​ສະ​ບັບ​ໜຶ່ງ,​ສູນ​ຄົ້ນ​ຄວ້າ​ແລະ​ຄາດ​ຄະ​ເນ​ຂອງ​ສະພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ​ໄດ້​ຄາດ​ຄະ​ເນ​ວ່າ,​ປີ​2007,​ການ​ລົງ​ທຶນ​ໃນ​ຊັບ​ສິນ​ຄົງ​ທີ່​ຂອງ​ຈີນ​ອາດ​ຈະ​ຫຼຸດ​ລົງ.

ທ່ານ​ວາງ​ໂຊ​ວຢາງ ຫົວໜ້າ​ສູນ​ຄົ້ນຄວ້າ​ແລະ​ຄາດ​ຄະ​ເນ​ຂອງ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ​ກ່າວ​ວ່າ,ຕໍ່​ໄປ​ພາຍ​ໜ້າ,​ເປົ້າ​ໝາຍ​​ແລະ​ມາດ​ຕະ​ການ​ດັດ​ສົມ​ຄວບ​ຄຸມ​ຂອງ​ສູນ​ກາງ​ຈີນ​ຈະ​ເດັດ​ດ່ຽວ​ກວ່າ​ເກົ່າ.ການ​ອອກ​ແບບ​ນະ​ໂຍບາຍ​ດັດ​ສົມ​ຄວບ​ຄຸມ​ຈະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ​ແລະ​ມີ​ລັກ​ສະ​ນະ​ແນ​ໃສ່​ເປົ້າ​ໝາຍ​ຫຼາຍ​ກວ່າ​ເກົ່າ,​ຄວາມ​ແຮງ​ໃນ​ການ​ປະ​ຕິ​ບັດ​ກໍ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.ທັງ​ໝົດ​ເຫຼົ່າ​ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ສະ​ກັດ​ກັ້ນ​ບໍ່​ໃຫ້​ອຳນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ລົງ​ທຶນ​ໄວ​ເກີນ​ຄວນ,​ສະ​ນັ້ນ,​ເຖິງ​ວ່າ​ ໂຄງ​ການ​ຂະ​ໜາດ​ໃຫຍ່​ທີ່​ພວມ​ກໍ່​ສ້າງ​ຢູ່​ອາດ​ຈະ​ເຮັດ​ໃຫ້​ການ​ລົງ​ທຶນ​ໃນ​ປີ​2007​ຮັກ​ສາ​ຈັງ​ຫວະ​ເຕີບ​ໂຕ​ອ່າວ​ສູງ​ກໍ​ຕາມ,​ແຕ່​ການ​ເຕີບ​ໂຕ​ ອາດ​ຈະ​ຫຼຸດ​ລົງ.

ການ​ລົງທຶນ​ເພີ່ມ​ຂຶ້ນ​ໄວ​ເກີນ​ໄປ​ແມ່ນ​ບັນ​ຫາ​ພົ້ນ​ເດັ່ນ​ ເສດ​ຖະ​ກິດ​ຈີນ​ໃນ​ປັດ​ຈຸ​ບັນ​ແລະ​ກໍ​ແມ່ນ​ຈຸດ​ສຸມ​ຂອງ​ການ​ດັດ​ສົມ​ຄວບ​ຄຸມ​ມະ​ຫາ​ພາກ​ຂອງ​ຈີນ.